ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນເຈົ້າພາບພິທີຕ້ອນຮັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind

(VOVWORLD) -ໂດຍໄດ້ຮັບຄໍາເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານາທິບໍດີອິນເດຍ Ram Nath Kovind ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງອິນເດຍ ໄດ້ມາຮອດຮ່າໂນ້ຍ, ປະຕິບັດການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງວັນທີ 18 – 20 ພະຈິກ 2018.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນເຈົ້າພາບພິທີຕ້ອນຮັບທ່ານປະທານາທິບໍດີ ອິນເດຍ  Ram Nath Kovind - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະທ່ານປະທານາທິບໍດີອິນເດຍ Ram Nath Kovind  

ຕອນເຊົ້າວັນທີ 20 ພະຈິກ, ພິທີຕ້ອນຮັບຢ່າງເປັນທາງການ ທ່ານປະທານາທິບໍດີອິນເດຍ Ram Nath Kovind ພ້ອມດ້ວຍພັນລະຍາ ໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ທໍານຽບປະທານປະເທດຫວຽດນາມ ຕາມພິທີການສູງສຸດ ເຊິ່ງສະຫງວນໃຫ້ປະມຸກລັດ.  ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ ໄດ້ເປັນເຈົ້າພາບ ພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ມີການເຈລະຈາກັບທ່ານ ທ່ານປະທານາທິບໍດີອິນເດຍ Ram Nath Kovind.

        ນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທໍາອິດຂອງ ທ່ານປະທານາທິບໍດີອິນເດຍ Ram Nath Kovind ແລະກໍແມ່ນການມາຢ້ຽມຢາມພາກພື້ນອາຊີເປັນຄັ້ງທໍາອິດຂອງທ່ານ ນັບແຕ່ເມື່ອຮັບດໍາລົງຕໍາແໜ່ງເປັນປະທານາທິບໍດີ ໃນເດືອນ ກໍລະກົດ 2018. ການຢ້ຽມຢາມແມ່ນມີຄວາມໝາຍສໍາຄັນໃນເລື່ອງສືບຕໍ່ປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງຫວຽດນາມ - ອິນເດຍ ເຊິ່ງພວມຢູ່ໃນທ່າພັດທະນາຢ່າງດີງາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ