ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ພົບ​ປະ​ສັງ​ສັນ ແລະ ອວຍ​ພອນ​ບັນ​ດາ​ສະ​ຫາຍ​ການ​ນຳ, ອະ​ດີດ​ການ​ນຳ ພັກ, ລັດ

(VOVWORLD) -ຕອນເຊົ້າວັນທີ 9 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານການພົບປະສັງສັນ ແລະ ອວຍພອນປີໃໝ່ນັກປະຕິວັດຜູ້ອາວຸໂສ, ການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ການນຳບັນດາອົງການສຳນັກງານຂັ້ນສູນກາງ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ພົບ​ປະ​ສັງ​ສັນ ແລະ ອວຍ​ພອນ​ບັນ​ດາ​ສະ​ຫາຍ​ການ​ນຳ, ອະ​ດີດ​ການ​ນຳ ພັກ, ລັດ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະສັງສັນ (ພາບ: TTXVN)


         ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

        “ຫວຽດນາມ ສູ້ສົນປະຕິບັດສຳເລັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໃຫ້ຢູ່ໃນລະດັບສູງສຸດ; ຮັກສາເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວຜະລິດດຳເນີນທຸລະກິດ. ສືບຕໍ່ພັດທະນາບັນດາຂົງເຂດວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກໂນໂລຢີ; ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນການໜູນຊ່ວຍສັງຄົມ ແລະ ສະຫວັດດີການສັງຄົມ, ປັບປຸງຊີວິດການເປັນຢູ່ໃຫ້ປະຊາຊົນ. ເພີ່ມທະວີການກໍ່ສ້າງ ແລະ ປັບປຸງພັກ; ປະຕິຮູບການບໍລິຫານ, ປະຕິຮູບດ້ານຕຸລາການ, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ; ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາອະທິປະໄຕຂອງປະເທດຊາດໃຫ້ໝັ້ນຄົງ.”

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ສະເໜີໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ເສີມຂະຫຍາຍມູນເຊື້ອຮັກຊາດ, ຄຸນນະທາດ ແລະ ພູມປັນຊາຂອງ ຫວຽດນາມ, ມູນເຊື້ອຂອງຊາດ; ພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຫັນກາລະໂອກາດໃຫ້ເປັນພຶດຕິກຳຕົວຈິງ, ສ້າງສາປະເທດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ວັດທະນາຖາວອນ ແລະ ຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ