ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສົ່ງໂທລະເລກຂອບອົກຂອບໃຈພາຍຫລັງການຢ້ຽມຢາມ ຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສົ່ງໂທລະເລກຂອບອົກຂອບໃຈພາຍຫລັງການຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິກ​ານ​ໃຫຍ່, ປະທານ​ປະ​ເທດ ລາວ
ພາບ:internet

(vovworld)- ​ເມື່ອ​ສິ້ນ​ສຸດການ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 26-28/12 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິກ​ານ​ໃຫຍ່ຄະນະ​ບໍລິຫານ​ງານ​ສູ​ນກາງ​ພັກ​ກອມ​ ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ, ວັນ​ທີ 28/12, ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິກ​ານ​ໃຫຍ່, ປະທານ​ປະ​ເທດ ລາວ ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ສະ​ແດງ​ຄວາມ​​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ໝາກຜົນ​ການ​ຢ້ຽມຢາມ ຫວຽດນາມ ​ແລະ ການ​ສະຫລຸບ​ປີ​ສາມັກຄີ​ມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2012. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ຢືນຢັນ​ວ່າ: ​ເນື້ອ​ໃນ​ຂອງ​ການ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ການ​ພົບ​ປະ​​ແລກປ່ຽນ​ຄຳ​ເຫັນກັບ​ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ໄດ້​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປ​ັນມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​, ບໍລິສຸດ​ຜຸດ​ຜ່ອງ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ຊີວິດ​ຊີວາ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ໝາກຜົນ​ຂອງ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ ຫວຽດນາມ ຢ່າງ​ເປັນທາງ​ການ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ, ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ນັບ​ມື້ນັບພັດທະນາ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ