ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງ ເພີ່ມທະວີການພັດທະນາ ພະລັງງານສະອາດ

ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງ ເພີ່ມທະວີການພັດທະນາ ພະລັງງານສະອາດ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon)

(vovworld) – ວັນ​ທີ 22 ຕຸລາ​ ກ່າວ​ຄຳ​ເຫັນ​ທີ່​ເວທີ​ສາກົນ​ຄັ້ງ​ທີ 3 ກ່ຽວ​ກັບ​ການ​ພັດທະນາ​ຂຽວ ​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ Copenhagen, ປະ​ເທດ​ແດນ​ມາກ, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ຢືນຢັນ​ວ່າ, ​ເພື​່ອພັດທະນາ​ແຫຼ່ງພະລັງງານ​ຂຽວ ຕ້ອງ​ມີ​ການ​ຮ່ວມ​ມື​ຂອງບັນດາ​ລັດຖະບານຂອງ​ທຸກໆ​ປະ​ເທດ, ບັນດາ​ລະບອບການ​ເງິນ, ວົງ​ການ​ນັກວິທະຍາສາດ ​ແລະ ພາກເອກະ​ຊົນ.

        ຕາມ​ທ່ານ​ເລຂາທິການ​ໃຫຍ່ Ban Ki moon ​ແລ້ວ, ປະຈຸ​ບັນຍ້ອນ​ 1/5 ຈຳນວນພົນລະ​ເມືອງ​ໂລກຍັງ​ບໍ່​ທັນ​ໄດ້​ສຳ​ພັດ​ກັບ​ແຫຼ່ງພະລັງງານ​ທັນ​ສະ​ໄໝ ສະ​ນັ້ນ​ສະຫະ​ປະຊາ​ຊາດ ​ໄດ້​ຕົກລົງ​ເລືອກ​ເອົາ​ໄລຍະ 2014 – 2024 ​ແມ່ນ “ທົດ​ສະ​ວັດ​ພະລັງງານ​ທັນ​ສະ​ໄໝ​ໃຫ້​ທຸກໆ​ຄົນ”. ທ່ານ​​ເນັ້ນ​ໜັກ​ວ່າ ການ​ນຳ​ໃຊ້​ພະລັງານ​ສະອາດ ​ແມ່ນ​ພື້ນຖານ​ສຳຄັນ​ຍິ່ງ ສຳລັບ​ການ​ພັດທະນາ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ