ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ພ້ອມ​ກັບ​ການ​ນຳ​ໂລກ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ວັນທີ 14 ກັນຍາ, ທ່ານເລຂາທິການໃຫຍ່ ສປຊ  Antonio Guterres ອີກຄັ້ງໜຶ່ງເນັ້ນໜັກເຖິງສານຕ້ອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຢ່າງທັນທີ່ ຍ້ອນວ່າ ປະຊາຊົນທີ່ທຸກຍາກທີ່ສຸດໃນໂລກ ພວມຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກທີ່ສຸດ ຍ້ອນບັນດາວິສາຫະກິດປ່ອຍອາຍພິດເຮືອນແກ້ວ ໃນຕະຫຼອດຫຼາຍທົດສະວັດທີ່ຜ່ານມາ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ພ້ອມ​ກັບ​ການ​ນຳ​ໂລກ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານເລຂາທິການໃຫຍ່ ສປຊ  Antonio Guterres (ພາບ: AFP/TTXVN)

ທ່ານ Antonio Guterres ຮຽກຮ້ອງໃຫ້ບັນດາການນຳໂລກ ຄວນມານະພະຍາຍາມຢ່າງແທນເພື່ອອາດຈະຫຼຸດຜ່ອນອຸນຫະພູມທົ່ວໂລກໄດ້. ທ່ານ Antonio Guterres ໃຫ້ຄຳໝັ້ນສັນຍາ ຈະນຳບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ຫຼາຍບັນຫາຮີບດ່ວນຕໍ່ໂລກ ອອກມາປຶກສາຫາລືໃນສັບປະດາຂັ້ນສູງ, ກອງປງປະຊຸມສະມັດຊາໃຫຍ່ ຊປສ ຊຸດທີ 77 ໃນອາທິດໜ້າ ເພື່ອຊອກຫາວິທີການແກ້ໄຂ ແລະ ຊຸກຍູ້ການກະທຳຂອງບັນດາປະເທດ. ທ່ານ Antonio Guterres ຢັ້ງຢືນວ່າ ກຸ່ມ G20 ລວມມີບັນດາປະເທດຮັ່ງມີທີ່ສຸດໃນໂລກ ຕ້ອງມີຄວາມຮັບຜິດຊອບຫຼັກ ຕໍ່ບັນຫາງປ່ອຍອາຍພິດເຮືອນແກ້ວ ແລະ ການປ່ຽນແປງຂອງດິນຟ້າອາກາດໃນປັດຈຸບັນ, ເຖິງວ່າ ບັນດາປະເທດນັ້ນເອງກໍ່ພວມໄດ້ຮັບຜົນຕາມມາຈາກໄພທຳມະຊາດ.

        ເລື່ອງຫຼຸດຜ່ອນການປ່ອຍອາຍພິດແມ່ນໜຶ່ງໃນບັນຫາບັນດາຈຸດສຸມທີ່ສຸດໃນກອງປະຊຸມສະມັດຊາດໃຫຍ່ ສປຊ ຊຸດທີ 77, ເຫດການໃຫຍ່ທີ່ສຸດໃນປີ ຂອງສປຊ, ປັດຈຸບັນພວມໄດ້ຈັດຂຶ້ນຢູ່ສຳນັກງານໃຫຍ່ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ