ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳຫວຽດນາມ

(VOVWORLD) -ກ້າວເຂົ້າສູ່ທົດສະວັດທີ 3 ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ທົດສະວັດທີ 2 ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, 2 ປະເທດຈະສືບຕໍ່ມານະພະຍາຍາມເພື່ອແນໃສ່ນຳການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳຫວຽດນາມ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານເອກອັກຄະລັດຖະທູດແຫ່ງສະຫະພັນລັດເຊຍ Bezdetko Gennady Stepanovich
(ພາບ: TTXVN)

ຕອນບ່າຍວັນທີ 13 ສິງຫາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດແຫ່ງສະຫະພັນລັດເຊຍ Bezdetko Gennady Stepanovich ເນື່ອງໃນໂອກາດເລີ່ມຕົ້ນອາຍຸການປະຕິບັດງານຢູ່ຫວຽດນາມ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດ Bezdetko Gennady Stepanovich ເລີ່ມຕົ້ນອາຍຸການປະຕິບັດງານຢູ່ຫວຽດນາມ. ໃນສະພາບປີ 2021 ຫວຽດນາມ ແລະ ສະຫະພັນລັດເຊຍ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມປາດຖະໜາວ່າ, ກ້າວເຂົ້າສູ່ທົດສະວັດທີ 3 ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ທົດສະວັດທີ 2 ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, 2 ປະເທດຈະສືບຕໍ່ມານະພະຍາຍາມເພື່ອແນໃສ່ນຳການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າ, ທ່ານເອກອັກຄະລັດຖະທູດ Bezdetko Gennady Stepanovich ຈະສືບຕໍ່ມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນກວ່າໃຫ້ແກ່ການພົວພັນລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ອ້າຍນ້ອງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ