ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖະຫວາຍທູບທຽນ, ດອກໄມ້ອາໄລຫາປະທານໂຮ່ຈີມິນ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67 ໃນເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖະຫວາຍທູບທຽນ, ດອກໄມ້ອາໄລຫາປະທານໂຮ່ຈີມິນ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖະຫວາຍທູບທຽນ, ດອກໄມ້ອາໄລຫາປະທານໂຮ່ຈີມິນ
(ພາບ: nhandan.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67 ໃນເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ບັນດາຜູ້ແທນໄດ້ສະແດງຄວາມເຄົາລົບນັບຖືຕໍ່ຜົນງານອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ, ຜູ້ນຳທີ່ປີຊາສາມາດຂອງພັກ ແລະ ປະຊາຊົນຫວຽດນາມ, ເປັນຄູອາຈານຜູ້ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ນັກຮົບວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ມີຊື່ສຽງຂອງໂລກ.

        ເມື່ອໂອ້ລົມກັບພະນັກງານ, ພາລະກອນເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມປາດຖະໜາວ່າ, ພະນັກງານ, ພາລະກອນເຮັດວຽກຢູ່ທີ່ນີ້ຈົ່ງເຫັນແຈ້ງຄວາມເປັນກຽດ ແລະ ໜ້າທີ່ຄວາມຮັບຜິດຊອບທີ່ໄດ້ເຮັດວຽກຢູ່ທີ່ນີ້, ມານະພະຍາຍາມເຮັດວຽກໃຫ້ເປັນຢ່າງດີກວ່າ, ໂຄສະນາແນວຄິດ, ພູມປັນຍາ, ນ້ຳໃຈ, ກິດຕິຄຸນມະນຸດ, ຊີວິດ ແລະ ພາລະກິດຂອງລຸ່ງ ໂຮ່ ກັບປະຊາຊົນຢູ່ພາຍໃນ ແລະ ຕ່າງປະເທດ ເມື່ອມາຢ້ຽມຢາມ, ຊອກຮູ້ກ່ຽວກັບ ເພິ່ນຢູ່ເຂດນີ້ຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ