ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ XV

(VOVWORLD) - ຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງໝາກຜົນຂອງກອງປະຊຸມ ເມື່ອໄດ້ຕົກລົງຫຼາຍບັນຫາສຳຄັນຂອງປະເທດຊາດ ທີ່ມີລັກສະນະຍາວນານ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ XV - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຫາຍບ່າຈຶງ)

        ຕອນເຊົ້າວັນທີ 01 ກໍລະກົດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ, ຫົວໜ່ວຍເລືອກຕັ້ງເລກ 1, ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ດົງດາ, ບາດິ່ງ, ຫາຍບ່າຈຶງ ເພື່ອແຈ້ງໝາກຜົນຂອງ ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແລະ ຮັບເອົາ, ຕອບຄຳສະເໜີແນະຂອງຜູ້ມີສິດເລືອກຕັ້ງສົ່ງເຖິງສະພາແຫ່ງຊາດ.

        ຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງໝາກຜົນຂອງກອງປະຊຸມ ເມື່ອໄດ້ຕົກລົງຫຼາຍບັນຫາສຳຄັນຂອງປະເທດຊາດ ທີ່ມີລັກສະນະຍາວນານ. ເນື່ອງໃນໂອກາດນີ້, ຜູ້ມີສິດເລືອກຕັ້ງສະເໜີໃຫ້ ສະພາແຫ່ງຊາດ ສືບຕໍ່ສຸມໃສ່ປະຕິບັດສິດຕິດຕາມສູງສຸດຕໍ່ບັນດາເນື້ອໃນສຳຄັນພິເສດ, ບັນດາຂົງເຂດທີ່ຍັງຂໍ້ຄົງຄ້າງຫຼາຍຢ່າງ, ຄື: ຕິດຕາມການປະຕິບັດບັນດາຂໍ້ກຳນົດຂອງກົດໝາຍ ແລະ ປະສິດທິຜົນການຄຸ້ມຄອງ, ດຳເນີນທຸລະກິດຂອງຂະແໜງໄຟຟ້າ, ຂະແໜງນ້ຳມັນອາຍແກັດ, ຂະແໜງຖ່ານຫີນ, ແຮ່ທາດ…

        ສ່ວນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ໜ່ວຍສະມາຊິກສະພາແຫ່ງຊາດ ຈະຮັບເອົາຢ່າງຄົບຖ້ວນ, ລວບລວມການລາຍງານສະເໜີແນະຂອງຜູ້ມີສິດເລືອກຕັ້ງທີ່ສົ່ງເຖິງສະພາແຫ່ງຊາດ, ເພື່ອໃຫ້ບັນດາອົງການທີ່ມີໜ້າທີ່ໃຫ້ຄຳຕອບຕໍ່ຜູ້ມີສິດເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ