ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສົ່ງ​ຈົດ​ໝາຍອວ​ຍ​ພອນ ທ່ານ​ປະ​ທານ​ພັກ​ປະ​ຊາ​ຊົນ ​ກຳ​ປູ​ເຈຍ Hunsen

(VOVWORLD) - ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ໝາກຜົນຂອງການເລືອກຕັ້ງ ອີກຄັ້ງໜຶ່ງ ໄດ້ຢັ້ງຢືນບົດບາດ, ທີ່ຕັ້ງຂອງພັກປະຊາຊົນກຳປູເຈຍ ພາຍໃຕ້ການຊີ້ນຳນຳພາຂອງ ທ່ານ Samdech Techo Hunsen.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສົ່ງ​ຈົດ​ໝາຍອວ​ຍ​ພອນ ທ່ານ​ປະ​ທານ​ພັກ​ປະ​ຊາ​ຊົນ ​ກຳ​ປູ​ເຈຍ Hunsen - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ

ເນື່ອງໃນໂອກາດ ກຳປູເຈຍ ຈັດຕັ້ງສຳເລັດການເລືອກຕັ້ງສະພາສູງ ຊຸດທີ V ໃນວັນທີ 25 ກຸມພາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ສົ່ງຈົດໝາຍອວຍພອນ ທ່ານປະທານພັກປະຊາຊົນ ກຳປູເຈຍ Samdech Techo Hunsen.

ໃນຈົດໝາຍ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສົ່ງຄຳອວຍພອນຢ່າງສຸດໃຈ ກ່ຽວກັບຜົນສຳເລັດອັນດີງາມຂອງການເລືອກຕັ້ງສະພາສູງຊຸດທີ V, ພິເສດແມ່ນພັກປະຊາຊົນກຳປູເຈຍ ທີ່ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ໃນການເລືອກຕັ້ງຄັ້ງນີ້. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ໝາກຜົນຂອງການເລືອກຕັ້ງ ອີກຄັ້ງໜຶ່ງ ໄດ້ຢັ້ງຢືນບົດບາດ, ທີ່ຕັ້ງຂອງພັກປະຊາຊົນກຳປູເຈຍ ພາຍໃຕ້ການຊີ້ນຳນຳພາຂອງ ທ່ານ Samdech Techo Hunsen.

ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ດ້ວຍຜົນສຳເລັດທີ່ບັນລຸໄດ້, ພ້ອມກັບບົດຮຽນປະສົບການທີ່ອຸດົມສົມບູນ ແລະ ການສະໜັບສະໜູນຂອງປະຊາຊົນ ກຳປູເຈຍ, ພັກປະຊາຊົນ ກຳປູເຈຍ ໂດຍທ່ານປະທານ Hunsen ນຳພາ ຈະສືບຕໍ່ບັນລຸຜົນສຳເລັດໃໝ່, ຍິ່ງໃຫຍ່ກ່ວາອີກໃນພາລະກິດແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ