ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ສ້າງວັດທະນະທຳ, ຊື່ຕົງບໍລິສຸດ, ບໍ່ສໍ້ລາດບັງຫຼວງ, ບໍ່ໃຫ້ມີປະກົດການຫຍໍ້ທໍ້

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີວ່າ ຄະນະຊີ້ນຳບັນດາຄະນະພັກແຂວງ, ນະຄອນ ສືບຕໍ່ຊາບຊຶມ, ຮັບຮູ້ເລິກເຊິ່ງກ່ວາກ່ຽວກັບທີ່ຕັ້ງ, ບົດບາດ, ພາລະໜ້າທີ່...
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ສ້າງວັດທະນະທຳ, ຊື່ຕົງບໍລິສຸດ, ບໍ່ສໍ້ລາດບັງຫຼວງ, ບໍ່ໃຫ້ມີປະກົດການຫຍໍ້ທໍ້ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ພິທີ
(ພາບ: VOV)

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມທາງໄກກັບ 63 ສະຖານທີ່ໃນທົ່ວປະເທດ ເພື່ອສະຫລຸບ 1 ປີແຫ່ງການເຄື່ອນໄຫວຂອງຄະນະຊີ້ນຳຂັ້ນແຂວງ ກ່ຽວກັບການປ້ອງກັນ, ຕ້ານສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີວ່າ ຄະນະຊີ້ນຳບັນດາຄະນະພັກແຂວງ, ນະຄອນ ສືບຕໍ່ຊາບຊຶມ, ຮັບຮູ້ເລິກເຊິ່ງກ່ວາກ່ຽວກັບທີ່ຕັ້ງ, ບົດບາດ, ພາລະໜ້າທີ່, ສິດອຳນາດຂອງຄະນະຊີ້ນຳຂັ້ນແຂວງ; ການເຄື່ອນໄຫວຂອງຄະນະຊີ້ນຳຕ້ອງມີລັກສະນະວິທະຍາສາດ, ແໜ້ນແຟ້ນ, ມີແບບມີແຜນ, ຮັບປະກັນຄວາມແທດຈິງ, ບັນລຸປະສິດທິຜົນລະອຽດ. ຫວນຄືນການເຄື່ອນໄຫວຂອງຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ພາຍຫຼັງສ້າງຕັ້ງເປັນເວລາ 1 ປີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນ ທັງ 63/63 ທ້ອງຖິ່ນໄດ້ສ້າງຕັ້ງຄະນະຊີ້ນຳຂັ້ນແຂວງ; ສ້າງການຫັນປ່ຽນໃໝ່ ໃນວຽກງານພົບເຫັນ ແລະ ແກ້ໄຂການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ຢູ່ທ້ອງຖິ່ນ ແລະ ຢູ່ຮາກຖານ:

        “ອາດສາມາດເຫັນວ່າ ໝາກຜົນຂອງການພົບເຫັນ, ແກ້ໄຂການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຢູ່ທ້ອງຖິ່ນ ໄດ້ມີການຫັນປ່ຽນຢ່າງເຫັນໄດ້ຊັດ ນັບແຕ່ພາຍຫຼັງບັນດາຄະນະຊີ້ນຳຂັ້ນແຂວງ ໄດ້ຮັບການສ້າງຕັ້ງ ແລະ ນຳເຂົ້າເຄື່ອນໄຫວ. ນັບແຕ່ເວລາສ້າງຕັ້ງມາຮອດປະຈຸບັນ, ບັນດາທ້ອງຖິ່ນໄດ້ ຮ້ອງຟ້ອງດຳເນີນ 530 ຄະດີ, ເພີ່ມຂຶ້ນທົບ 1,5 ເທື່ອເມື່ອທຽບໃສ່ຈຳນວນຄະດີຂອງປີ 2021”.

ຕອບກັບ

ຂ່າວ/ບົດ​ອື່ນ