ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບປະທານພັກປະເທດ ລັດເຊຍ ຍຸຕິທຳ

(VOVWORLD) - ຕອນບ່າຍວັນທີ 07 ກັນຍາ, ທີ່ນະຄອນຫລວງ ມົດສະກູ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານພັກປະເທດ ລັດເຊຍ ຍຸຕິທຳ Seigey Mironov.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບປະທານພັກປະເທດ ລັດເຊຍ ຍຸຕິທຳ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານພັກປະເທດ ລັດເຊຍ ຍຸຕິທຳ Seigey Mironov (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານພັກປະເທດ ລັດເຊຍ ຍຸຕິທຳ ສະເໜີໃຫ້ບັນດາສູນໃຫ້ຄຳປຶກສາ, ຊ່ວຍເຫຼືອດ້ານນິຕິທຳຂອງສະຫະພັນ ລັດເຊຍ ດຳເນີນການຊ່ວຍເຫຼືອດ້ານນິຕິທຳໂດຍບໍ່ເສຍຄ່າໃຫ້ແກ່ພົນລະເມືອງ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ສະຫະພັນ ລັດເຊຍ ເມື່ອມີຄວາມຮຽກຮ້ອງຕ້ອງການ. ສ່ວນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງທິດນຳ, ເປົ້າໝາຍຂອງພັກປະເທດ ລັດເຊຍ ຍຸຕິທຳ, ສູ້ຊົນເພື່ອສັງຄົມຍຸຕິທຳ, ເສລີພາບ, ສະເໝີພາບ, ປະຊາຊົນມີຄວາມຜາສຸກ.

 

ຕອບກັບ

ຂ່າວ/ບົດ​ອື່ນ