ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບຄະນະຜູ້ແທນພັກກອມມູນິດ ກູບາ

(VOVWORLD) -    ຕອນບ່າຍວັນທີ 24/5, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Jose Ramon Balague Cabrera ເລຂາສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ
ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບຄະນະຜູ້ແທນພັກກອມມູນິດ ກູບາ - ảnh 1 ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ  ແລະ ທ່ານ Jose Ramon Balague Cabrera ເລຂາສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງຖືວ່າ ການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີລະຫວ່າງ 2 ພັກ, ບັນດາການຢ້ຽມຢາມຊຶ່ງກັນ ແລະ ກັນລະຫວ່າງການນຳ 2 ພັກ , 2 ລັດ ກໍຄືການຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ພົວພັນແລກປ່ຽນປະຊາຊົນໃນໄລຍະທີ່ຜ່ານມາ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ສາຍພົວພັນທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ,  ແລະ ຄວາມສາມັກຄີຢ່າງສື່ຊັດບໍລິສຸດລະຫວ່າງ 2 ພັກ , 2 ລັດ ແລະ ປະຊາຊົນຫວຽດນາມ-ກູບາ.

    ສ່ວນທ່ານ Jose Ramon Balague Cabrera ເລຂາສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ ໄດ້ຕີລາຄາສູງຕໍ່ບັນດາຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນອັນລ້ຳຄ່າຂອງຫວຽດນາມໃນກິດຈະການປ່ຽນແປງໃໝ່ເປັນເວລາກ່ວາ 30 ປີທີ່ຜ່ານມາ ພ້ອມທັງເຊື້ອໝັ້ນຫວຽດນາມຈະສືບຕໍ່ຍາດໄດ້ໄຊຊະນະທີ່ຍິ່ງໃຫຍ່ກ່ວາເກົ່າ. 

ຕອບກັບ

ຂ່າວ/ບົດ​ອື່ນ