ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງຈີ້

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງຈີ້ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຢ້ຽມ​ຊົມ​
ຫໍວາງສະ​ແດງກ່ຽວກັບອະດີດ​ເລຂາທິການ​ ໃຫຍ່ ​ເລ​ຢວນ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 06/04 ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້ຖະຫວາຍທູບ​ທຽນ, ດອກ​ໄມ້​ຢູ່​ເຂດອະນຸສອນ​ສະຖານ ອະດີດເລຂາທິການ​ໃຫຍ່ ​ເລ​ຢວນ ຢູ່ບ້ານ ​ເຮົ້າ​ກຽນ, ຕາ​ແສງ ຈ້ຽວ​ແທ່ງ, ​ເມືອງ ຈ້ຽວຟອງ ​ແຂວງ ກວາງ​ຈີ້ ​ເນື່ອງ​ໃນ​ໂອກາດ 110 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ເລຂາທິການ​ໃຫຍ່ ​ເລ​ຢວນ (07/04/1907 – 07/04/2017). ພາຍຫລັງ​ພິທີ​ຖະຫວາຍ​ທູບ​ທຽນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຢ້ຽມ​ຊົມ​ຫໍວາງສະ​ແດງ​, ຫວນ​ຄືນຊີວິດ ​ແລະ ພາລະກິດ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ​ອັນ​ສະຫງ່າ​ລາສີຂອງອະດີດ​ເລຂາທິການ​ໃຫຍ່ ​ເລ​ຢວນ ຜ່ານ​ບັນດາ​ຮູບ​ພາບ, ​ເອກະສານ, ວັດຖຸ​ພັນ​ວາງສະ​ແດງ​ຢູ່ທີ່​ນີ້. ຫລັງ​ຈາກ​ນັ້ນ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້ປູກ​ຕົ້ນ​ໄມ້​ໃນ​ບໍລິ​ເວນ​ເຂດ​ອະນຸສອນ​ສະຖານ ​ແລະ ​ໂອ້​ລົມກັບ​ພໍ່​ແມ່​ປະຊາຊົນ​ຕາ​ແສງ ຈ້ຽວ​ແທ່ງ.

        ​ແລະ​​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ​້ຖະຫວາຍ​ທູບ​ທຽນ, ດອກ​ໄມ້​ຢູ່ກຳ​ແພງ​ເກົ່າ ກວາງ​ຈີ້ ອາ​ໄລ​ຫາ​ບັນດາວິລະ​ຊົນ​ນັກຮົບທີ່​ໄດ້​ເສຍສະຫລະ​ຊີວິດ​ ​ເພື່ອ​ເອກະລາດ​ເສລີພາບຂອງ​ປະ​ເທດ​ຊາດ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນຢ່າງພິລາ​ອາດ​ຫານ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ບ່າຍ​ວັນ​ທີ 06/04 ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ລົງ​ຢ້ຽມຢາມ, ​ໂອ້​ລົມ ກັບ​ພະນັກງານ, ອາຈານ, ນັກຮຽນ​ໂຮງຮຽນ​ການ​ເມືອງ ​ເລ​ຢວນ ຢູ່​ນະຄອນ ດົງ​ຮ່າ ​ແຂວງ ກວາງ​ຈີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ