ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເລີ່ມຕົ້ນ ການເຄື່ອນໄຫວໃນການ ຢ້ຽມຢາມສ.ເກົາຫຼີ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເລີ່ມຕົ້ນ ການເຄື່ອນໄຫວໃນການ ຢ້ຽມຢາມສ.ເກົາຫຼີ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ
ໄປ​ຮອດສະໜາມບິນ Seongnam)

(vovworld) – ຕອນ​ບ່າຍ​ວັນ​ທີ 1/10 (ຕາມ​ເວລາ​ທ້ອງ​ຖີ່​ນ), ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ, ​ໄດ້​ໄປ​ຮອດ​ສະໜາ​ມບິນ​ການ​ທະ​ຫານ Seongnam ຢູ່​ນະຄອນຫຼວງ ​ເຊີ​ອູ​ນ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ສ. ​ເກົາຫຼີ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ປະທານາທິບໍດີ Park Geun Hye. ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ ຢູ່​ສະໜາ​ມບິນ Seongnam ມີ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Yun Byung – se ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ລັດຖະບານ ສ. ​ເກົາຫຼີ ຫຼາຍທ່ານ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈ​ຳ ສ. ​ເກົາຫຼີ ຟ້າ​ມຮື​ວຈີ໋, ພ້ອມ​ກັບ​ພະນັກງານ, ລັດຖະກອນ​ສະຖານທູ​ດ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ, ນັກຮຽນ ຫວຽດນາມ ຢູ່ ສ. ​ເກົາຫຼີ.

ພາຍຫຼັງ​ເດີນທາງ​ໄປ​ຮອດ​ນະຄອນຫຼວງ ​ເຊີ​ອູ​ນ, ສ. ​ເກົາຫຼີ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ ສ. ​ເກົາຫຼີ - ຫວຽດນາມ (KOVIFA) ​ໂດຍ​ທ່ານ​ປະທານ Choi Young Joo ນຳ​ໜ້າ​ເຂົ້າ​ຢ້ຽມ​ຂຳ່ນັບ. ທ່ານ​​ເລຂາທິການ​​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕີ​ລາຄາ​ສູງ​ບັນດາ​ວຽກ​ງານ​ທີ່​​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍຂອງ​ສະມາຄົມ​ມິດ​ຕະພາບ ສ. ​ເກົາຫຼີ - ຫວຽດນາມ, ປະກອບສ່ວນ​ເຂົ້າ​ໃນ​ພັດທະນາ​ການ​ພົວພັນ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ລະຫວ່າງ 2 ປະ​ເທດຢ່າງ​ວ່ອງ​​ໄວ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ: ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະເທດ​ແມ່ນ​ພື້ນຖານ​ສັງຄົມ​ສຳຄັນ​ທີ່​ສຸດ, ​ເປັນພື້ນຖານ​​ໝັ້ນຄົງ​ໃຫ້​ແກ່​ການ​ພົວພັນ​ລະ​ຫວ່າງປະ​ເທດ​ຕ່າງໆ. ​ຫວຽດນາມ - ສ. ​ເກົາຫຼີ ມີ​ສາຍ​ສຳ​ພັນ​ແໜ້ນ​ແຟ້ນຫຼາຍຢ່າງ, ນັ້ນ​​ແມ່ນ​ມີ​ຊາວ ສ. ​ເກົາຫຼີ ນັບ​ແສນ​ຄົນພວມ​ດຳລົງ​ຊີວິດ, ຮຳ່ຮຽນ, ​ເຮັດ​ວຽກຢູ່ ຫວຽດນາມ ​ແລະ ມີຄົນ​ງານ, ນັກຮຽນ, ນັກ​ສຶກສາ ຫວຽດນາມ ​ແລະ ບັນດາລູກໃພ້ ຫວຽດນາມ ນັບ​ແສນ​ຄົນ​ພວມ​ດຳລົງ​ຊີວິດ, ຮຳ່ຮຽນ, ​ເຮັດ​ວຽກຢູ່ ສ. ​ເກົາຫຼີ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຫວັງ​ວ່າ: ສະມາຄົມ​ມິດຕະພາບ ສ. ​ເກົາຫຼີ ​- ຫວຽດນາມ ຈະ​ສືບ​ຕໍ​ແມ່ນ​ແກ່ນສານ​ຕັ້ງໜ້າ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ 2 ປະ​ເທດໃຫ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

    ທ່ານ​ປະທານ​ສະມາຄົມ​ມິດຕະພາບ ສ. ​ເກົາຫຼີ - ຫວຽດນາມ Choi Young Joo ພ້ອມ​ກັບ​ບັນດາ​ສະມາຊິກ​ສະມາຄົມ​ມິດຕະພາບ ຫວຽດນາມ - ສ. ​ເກົາຫຼີ ລ້ວນ​​ແຕ່​ສະ​ແດງ​ຄວາມ​ຮັກ​​ແພງ​ທີ່ມີຕໍ່ ຫວຽດນາມ, ພ້ອມ​ທັງ​ຢັ້ງຢືນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ ຫວຽດນາມ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະຕັ້ງໜ້າ, ປະກອບ​ສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ, ວັດທະນະທຳ.​.​.​ລະຫວ່າງ 2 ປະ​ເທດ​.

    ​ແລະ​ກໍ່​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ພົບ​ປະ​ຢ່າງ​ສະ​ໜິດສະໜົມ​ກັບຜູ້ຕ່າງໜ້າ​ວົງ​ຕະກຸນ ຫຼີ໋ (ຫວຽດນາມ) ຢູ່ ສ. ​ເກົາຫຼີ.



ຂ່າວ/ບົດ​ອື່ນ