ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບການນຳ ແຂວງຊອກຈັງ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບການນຳ ແຂວງຊອກຈັງ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
ເຮັດວຽກກັບການນຳແຂວງຊອກຈັງ
(ພາບ: vovgiaothong.vn)

(vovworld) - ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ຊອກ​ຈັງ ​ເພື່ອ​ກວດກາ​ສະພາບ​ການ​ປະຕິບັດ​ມະຕິກອງ​ປະ​ຊຸມ​ໃຫຍ່​ຂອງພັກ ຄັ້ງ​ທີ 11, ບັນດາ​ມະຕິ, ຂໍ້​ສະຫຼຸບ​ຂອງ​ສູນ​ກາງ ​ແລ​ະ ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່ກອງ​ປະຊຸມ​ໃຫຍ່​ອົງຄະ​ນະພັກ​ທຸກ​ຂັ້ນ, ກ້າວ​ເຖິງ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ, ຕອນ​ບ່າຍວັນ​ທີ 9/3, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳຄະນະ​ພັກ​ແຂວງ ​ແລະ ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ສະ​ເໜີ​ໃຫ້ການ​ນຳ​ແຂວງ​ຄົ້ນຄວ້າ, ທາບທາມຄວາມ​ເຫັນ​ບັນດາ​ກະຊວງ, ຂະ​ແໜງ​ການ ຂອງ​ສູນ​ກາງ ກ່ຽວ​ກັບ​ການ​ຖື​ກະສິກຳ​​ແມ່ນ​ທິດ​ທາງ​ພັດທະນາ​ຕົ້ນ​ຕໍ່ຈຸດ​ສຸມ; ​ເພີ່ມ​ທະວີ​ການດຶງ​ດູດການ​ລົງທຶນ​ເຂົ້າ​ອຸດສາຫະກຳ​ປຸງ​ແຕ່ງ, ພັດທະນາ​ເສດຖະກິດ​ທະ​ເລ. ທ່ານ​ເລຂາທິການຮັບ​ຮູ້ຜົນງານ​ໃນ​ວຽກ​ງານ​ຊີ້​ນຳນຳພາ​ຂອງ​ແຂວງ​ຊອກ​ຈັງ ​ຮັກສາ​ຄວາມ​ສະຖຽນ​ລະ​ພາບ​ດ້ານການ​ເມືອງ​ໃນ​ບໍລິ​ເວນ​ແຂວງ ​ແລະ ພັດທະນາ​ເສດຖະກິດ, ​ເບິ່ງ​ແຍງ​ດູ​ແລຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ, ​ໂດຍ​ສະ​ເພາະແມ່ນ​ປະຊາຊົນ​ເຜົ່າຂະ​ເມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້ຮຽກຮ້ອງ​ໃຫ້​​ແຂວງ​ຊອກ​ຈັງ ກະກຽມລອບ​ຄອບ​ທີ່ຖ້ວນ, ນັບ​ທັງ​ດ້ານເອກະສານ ​ແລະ ບຸກຄະລາ​ກອນ, ​ເພື່ອຈັດ​ຕັ້ງກອງ​ປະຊຸມ​ອົງຄະ​ນະ​ພັກທຸກ​ຂັ້ນ​​ໃຫ້​ສຳ​ເລັດຜົນ​, ກ້າວ​​ໄປເຖິງ​ກອງ​ປະຊຸມ​ໃຫຍ່ຂອງ​ພັກຄັ້ງ​ທີ 12.

ແລະ​ກໍ​ໃນຕອນ​ແລງ​ວັນ​ທີ 9/3, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ຜູ້​ແທນ​ໃນ​ຄະ​ນະ​ປະ​ຈຳ, ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​ແຂວງ ຊອກ​ຈັງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ເນັ້ນໜັກວ່າ ໃນ​ຊຸມ​ປີ​ຜ່ານ​ມາ, ບັນ​ດາ​ພະ​ສົງ​ສຳ​ມະ​ເນັນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ໃນ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​ແຂວງ ຊອກ​ຈັງ ໄດ້​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ນັບ​ມື້ນັບຫຼາຍ​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ຊີ​ວິດ​ສັງ​ຄົມ, ພິ​ເສດ​ແມ່​ນ​ຮັກ​ສາ, ພັດ​ທະ​ນາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ສາ​ສະ​ໜາ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ພາກ​ໃຕ້ ແລະ ການ​ເຄື່ອນ​ໄຫວ​ກຸ​ສົນ​ສັງ​ຄົມ…. ອັນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ປະ​ກອບ​ສ່ວນ​ລວມ​ຂອງສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​ ແລະ ປະ​ເທດ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ເຊື່ອ​ໝັ້ນ​ວ່າ ໄລ​ຍະ​ທີ່​ຈະ​ເຖິງ, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​ແຂວງ ຊອກ​ຈັງ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ຍາມ​ໃດ​ກໍ​ເຊີດ​ຊູ ແລະ ປະ​ຕິ​ບັດ​ຈິດ​ໃຈ​ສ້າງ​ສາ​ປະ​ເທດ​ຊາດ , ຊ່ວຍ​ເຫຼືອ​ປະ​ຊາ​ຊົນ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ຢ່າງບໍ່​ຢຸດຢັ້ງ​ເພື່ອ​ກາຍ​ເປັນ​ພະ​ສົງ​ສຳ​ມະ​ເນັນ, ບັນ​ດາ​ສາ​ສະ​ນິກ​ກະ​ຊົນ​ແບບ​ຢ່າງ​ຕາມ​ທິດ​ນຳ​ຂອງ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ.

 

 












ຂ່າວ/ບົດ​ອື່ນ