ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງຢ້ຽມຢາມ ເບລາຣຸດ


ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງຢ້ຽມຢາມ ເບລາຣຸດ - ảnh 1
(ພາບ:VOV)

(vovworld) - ວັນ​ທີ 26/11, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນຟຸຈ້ອງ ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສາທາ​ລະນະ​ລັດ​ເບ​ລາຣຸດ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ 2 ວັນ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ Alexander Lukashenko. ການ​ຢ້ຽມຢາມ​ຂອງ​ທ່ານ​​ເລຂາທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ ​ໄດ້​ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ກັບ​ເບ​ລາຣຸດ, ​ເຊິ່ງ​ແມ່ນໜຶ່ງ​ໃນ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ. ພາຍຫຼັງ​ພາກ​ຂ່າວ, ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ປັບປຸງການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ-​ເບ​ລາຣຸດ.

  ພິທີ​ຕ້ອນຮັບ ທ່ານ​​ເລຂາທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ທີ່​ສະໜາມ​ບິນ​ສາກົນ Minsk. ທີ່​ທຳນຽບປະທານາທິບໍດີ, ທ່ານ​​ເລຂາທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ ​ໄດ້​ເລີ່​ມຕົ້ນການ​ເຈລະຈາ​ກັບທ່ານ​ປະທານາທິບໍດີ Alexander Lukashenko ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ວອງ​ຝ່າຍ​ຕາມ​ທິດ​ນັບ​ມື້​ນັບ​ຮອບດ້ານ​ກ່ວາ​ອີກ; ​ເພ​ີ່ມທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ.

   ໃນ​ຕອນ​ທ່ຽງວັນ​ທີ 26/11, ​ເມື່ອ​​ເດີນ​ທາງ​ອອກ​ຈາກ​ນະຄອນ Sochi ສິ້ນ​ສຸດ​ການ​ຢ້ຽມຢາມ​​ສະຫະພັນ​ລັດ​ເຊຍຢ່າງ​ເປັນ​ທາງການ ​ຢ່າງ​ຈົບງາມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນຟຸຈ້ອງ  ​ໄດ້​ຝາກ​ໂທລະ​ເລກ​ຂອບ​ອົກ​ຂອບ​ໃຈ​ເຖິງ​ທ່ານ​ປະທານາທິບໍດີ​ລັດ​ເຊຍ V. Putin, ບັນດາ​ການ​ນຳ ​ແລະ ປະຊາຊົນ​ລັດ​ເຊຍ​ ກ່ຽວ​ກັບ​ການ​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ຢ່າງ​ສະໜິດສະໜົມ​ອົກ​ສຸດ​ໃຈ. ທ່ານ​ເລຂາທິການ​ໃຫຍ່​ ຫວຽດນາມ ຫງວຽນຟຸຈ້ອງ ​ເຊື່ອ​ໝັ້ນ​ວ່າ: ໝາກຜົນ​ທີ່​ຕັ້ງໜ້າ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້​ໄດ້ສະ​ແດງ​ໃນ​ຖະ​ແຫຼ​ງການ​ຮ່ວມ ລະຫວ່າງ 2 ປະ​ເທດ ຫວຽດນາມ-​ສະຫະພັນ​ລັດ​ເຊຍ, ​ແມ່ນ​ພື້ນ​ຖານ​ການ​ປັບປຸງ ​ແລະ ນຳ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ​​ໃຫ້​ເລິກ​ເຊິ່ງກ່ວາ​ອີກ.

  ກ່ອນ​ນະ​ນັ້ນ​, ວັນ​ທີ 25/11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປ​ຍັງ​ນ​ະ​ຄອ​ນ Sochi. ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ່​ຈ້ອງ ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin, ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ລັ​ດ​ເຊຍ Medvedev, ປະ​ທານ​ພັກ​ປະ​ເທດ​ລັດ​ເຊຍ ເອ​ກະ​ພາບ.

ທີ່​ສຳ​ນັກ​ງານ​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ V.Putin ດຳ​ເນີນ​ການ​ເຈ​ລະ​ຈາ, ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື 2 ຝ່າຍ​ໃນ​ໄລ​ຍະ​​ຜ່ານ​ມາ, ໃນ​ນັ້ນ​ມີ​ການກວດ​ກາ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂັ້ນ​ສູງ, ຄວາມ​​ຄືບ​ໜ້າ​ຂອງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ໃຫຍ່​ລະ​ຫວ່າງ 2 ປະ​ເທດ, ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​​ທິດທາງ ແລະ ມາດ​ຕະ​ການ​ລະ​ອຽດ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກ​ດ້ານ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​​ບັນ​ດາທ້ອງ​ຖີ່ນ​ຂອງ 2 ປະ​ເທດ, ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.           

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງຢ້ຽມຢາມ ເບລາຣຸດ - ảnh 2
ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Medvedev

        ທີ່​ສຳ​ນັກ​ງານ​ນາ​ຍົກ​ລັດຖະ​ມົນ​ຕີ, ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Medvedev, ປະ​ທານ​ພັກ​ປະ​ເທດ​ລັດ​ເຊຍ ເອ​ກະ​ພາບ​ກຳ​ອຳ​ນາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Medvedev ຕີ​ລາ​ຄາ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ໄດ້​ສ້າງ​ກຳ​ລັງ​ໜູນ​ຢ່າງ​ແຮງ, ຍົກ​ສູງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ລັດ​ເຊຍ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ຝ່າຍ​ເພີ່​ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ​ເລິກ​ເຊິ່ງ ແລະ ກ້​ວາງ​ຂວາງກ່​ວາ​ອີກ, ປັບ​ປຸງ​ການ​ພົວ​ພັນ​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ເທດ​ລັດ​ເຊຍ​ເອ​ກະ​ພາບ​ກຳ​ອຳ​ນາດ.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເນ​ັ້ນ​ໜັກ​ນະ​ໂຍ​ບາຍ​ຂອງ ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ປັບ​ປຸງ​, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ສະ​ຫະ​ພັນ ລັດ​ເຊຍ, ຖື​ລັດ​ເຊຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ, ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ. ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍາມ​ໃດ​ກໍ່​ຕີ​ລາ​ຄາ​ສູງ ແລະ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົ​ວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ກັບ​ພັກ​ປະ​ເທດ​ລັດ ​ເຊຍ ເອ​ກະ​ພາບ. ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ 2 ຝ່າຍ, ການ​ນຳ 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຍົກ​ວົງ​ເງິນ​ ການ​ຄ້າ 2 ຝ່າຍ​ຂຶ້ນ 7 ຕື້ USD ໃນ​ປີ 2015 ແລະ 10 ຕື້ USD ໃນ​ປີ 2020.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Medvedev ສະ​ແດງ​ຄວາມ​ເພີ່ງ​ພໍ​ໃຈ​​ຕໍ່​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ພະ​ລັງ​ງານ, ຖື​ວ່ານີ້​ແມ່ນ​ຂົງ​ເຂດ​ແກ່ນ​ສານ​ມີ​ຄວາມ​ໝາຍ​ຍຸດ​ທ​ະ​ສາ​ດ​ສຳ​ລັບ 2 ປະ​ເທດ.

        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ D. Medvedev ເຫັນ​ດີ​ເປັນ​ເອ​ກະ​ພາບ​ຖື​ວ່າ​: ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ບົນ​ທະ​ເລ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນ​ຕິ​ ວິ​ທີ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ ເວັນ​ອອກ (DOC) ແລະ ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ (COC).

 ຫວຽດ​ນາມ-ສ​ະ​ຫະ​ພັນ​ລັດ​ເຊຍ​ອອກ​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

​​ໃນ​ຖະ​ແຫລງ​ການ​ຮ່ວມ​ຊື່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ວັນ​ທີ 25/11 ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ສອງ​ຝ່າຍ​ຢືນ​ຢັນສືບ​ຕໍ່ປະ​ຕິ​ບັດ​ແນວ​ທາງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ-ລັດ​ເຊຍ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ ປາຍ, ຕ​ອບ​ສະ​ຫນອງ​ຜົນ​ປະ​ໂຫຍດ​ຍາວ​ນານ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ເນັ້ນ​ຫນັກ​ເຖິງ​ບົດ​ບາດ​ປະ​ສານ​ງານທີ່​ສຳ​ຄັນ​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ ການ​ຄ້າ ແລະ ວິ​ທະ​ຍາ​ສາດ-ເຕັກ​ນິກ. ສອງ​ຝ່າຍ ເນັ້ນ​ຫນັກ​ເຖິງ​ລັກ​ສະ​ນະ​ຍຸດ​ທະ​ສາດ​ຂອງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ ງານ​ນິວ​ເຄຼຍ. ສອງ​ຝ່າຍ ຕົກ​ລົງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ເປີດກວ້າງ​ເຂດ​ສຳ​ຫລວດ ແລະ ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກ​ສ​ຢູ່​ໄຫລ​່​ທະ​ວີບ​ຫວຽດ​ນາມ. ສອງ​ຝ່າຍ​ຢືນ​ຢັນ ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ນຳ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຂຶ້ນ​ສູ່​ລະ​ດັບ​ຍຸດ​ທະ​ສາດ. ສອງ​ຝ່າຍ​ຢືນ​ຢັນ ສືບ​ຕໍ່​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ພົນ​ລະ​ເມືອ​ງ​ຫວຽດ​ນາມ ແລະ ພົນ​ລະ​ເມືອງ ລັດ​ເຊຍ ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ແຕ່​ລະ​ປະ​ເທດ, ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແຫນ້​ນ​ແຟ້ນ ແລະ ສະ​ຫນັ​ບ​ສະ​ຫ​ນູນ​ເຊິ່ງ​ກັນ ແລະ ກັນ ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ.  ສອງ​ຝ່າຍ​ເຫັນ​ດີ​ໂດຍ​ຖື​ວ່າ: ການ​ຢ້ຽມ​ຢາມ ສະ​ຫະ​ພັ​ນ​ລັດ​ເຊຍ ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຈະ​ສ້າງ​ກຳ​ລັງ​ຫນູນ​ຢ່າງ​ແຮງ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ- ລັດ​ເຊຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ເຊ​ີນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V. Putin ​ມາຢ້ຽມ​ຢາມ ຫວຽດ​ນາມໃນ​ເວ​ລາ​ເໝາະ​ສົມ.

ຫາງ​ສຽງ​ລັດ​ເຊຍ​ຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ

 ກ່ອນ​ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ສຳ​ນັກ​ຂ່າວສານ​ໃຫຍ່​ສຸດ​ຂອງ​ລັດ​ເຊຍ Tass ໄດ້​ລົງ​ພິມ​ບົດ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: “​ຍາມ​ໃດປະ​ຊາ​ຊົນ​ຫວ​ຽດ​ນາມ ກ​ໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ປະ​ຊາ​ຊົນ ໂຊ​ຫວຽດ​ເກົ່າ ແລະ ລັດ​ເຊຍໃນ​ປະ​ຈຸ​ບັນ”. ​ບັນ​ດາ​ສຳ​ນັກ​ຂ່າວ​ສານ, ໂທ​ລະ​ພາບ, ວິ​ທະ​ຍຸ​ສຳ​ຄັນ​ຂອງ​ລັດ​ເຊຍ ລ້ວນ​ແຕ່​ໄດ້​ໃຫ້​ຂ່າວ,ບົດ​ກ່ຽວ​ກັບການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ທ່ານ​ເລ​ຂາ​ທິ ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ຢູ່ ລັດ​ເຊຍ. ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ກັບ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin, ການ​ພົບ​ປະ​ແລກ​ປ່ຽນ​ຄຳ​ເຫັນ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ເຊຍ D.Metvedev, ບັນ​ດາ​ບົດ​ປາ​ໄສ, ຄຳ​ເຫັນ​ຂອງ​ບັນ​ດາ​ການ​ນຳ​ລັດ​ເຊຍ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ລ້ວນ​ແຕ່​ໄດ້​ແນະ​ນຳທາງ​ພາ​ຫະ​ນະ​ສື່ມວ​ນ​ຊົນ​ລັດ​ເຊຍ.

ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ລັດ​ເຊຍ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ດ​ຣ Evgheny Glazuvov, ປະ​ທານ​ກິ​ຕິ​ມະ​ສັກ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລັດ​ເຊຍ-ຫວຽດ​ນາມ ໄດ້​ເວົ້າ​ວ່າ:

        “ນ​ີ້​ແມ່ນ​ເຫດ​ການ​ໃຫຍ່. ການ​ຢ້ຽມ​ຢາມ​ອີກ​ຄັ້ງ​ຫນຶ່ງ​​ຢັ້ງ​ຢືນ​ເຖິງປະ​ຫວັດ​ສາດ​ແຫ່ງ​ການ​ພົວ​ພັນ​ ມິດ​ຕະ​ພາບທີ​່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ. ບັນ​ດາ​ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ສອງ​ປະ​ເທດ​ແມ່ນ​ມີ​ຄວາມ​ໝາຍ​ແທດ​ຈິງ. ສອງ​ຝ່າຍບໍ່​ພຽງ​ແຕ່​ແລກ​ປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຊື່ງ​ຕ່າງ​ ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ເທົ່າ​ນັ້ນ ຫາກ​ຍັງ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ອີກ​ ດ້ວຍ.”

 

ຂ່າວ/ບົດ​ອື່ນ