ທ່ານເລຂາທິການໃຫຍ່ ຫວຽດນາມ ຕ້ອນຮັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຊາວໜຸ່ມກອງທັບ

ທ່ານເລຂາທິການໃຫຍ່ ຫວຽດນາມ ຕ້ອນຮັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຊາວໜຸ່ມກອງທັບ - ảnh 1
ທ່ານ​ເລຂາທິການ​ໃຫຍ່​​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ
ຕ້ອນຮັບ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ​
(ພາບ: TTXVN)


(vovworld) -     ຕອນ​ບ່າຍ​ວັນ​ທີ 28/11, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ​ເລຂາຄະນະ​ພັກການ​ທະຫານ​ສູນ​ກາງ ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ​ກອງທັບ​ຄັ້ງ​ທີ 8, ​ເຊິ່ງພວມ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ. ນີ້​ແມ່ນ​ບັນດາ​ຜູ້​ແທນ​ທີ່​ດີ​ເດັ່ນ​ຕາງໜ້າ​ໃຫ້​ແກ່​ຜູ້​ແທນ 400 ຄົນ ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ​ແລະ ຕາງໜ້າ​ໃຫ້​ຊາວໜຸ່ມກອງທັບ​ໃນ​ທົ່ວ​ປະ​ເທດ​ເກືອ​ບ 3 ​ແສນຄົນ. ທ່ານ​ເລຂາທິການ​ໃຫຍ່​ໄດ້​ຍ້ອງຍໍ​ສັນລະ​ເສີນ​ສະມາຊິກ​ຊາວ​ໜຸ່ມ, ​ຊາວ​ໜຸ່ມ​ໃນ​ກອງທັບ​ທີ່ໄດ້​ປະກອບສ່ວນສຳ​ຄັນ​​ເຂົ້າໃນ​ທຸກ​ຂົງ​ເຂດວຽກ​ງານ. ທ່ານ​ເລຂາທິການ​ໃຫຍ່​ຢືນຢັນ​ວ່າ: ຍາມ​ໃດກອງທັບກໍ​ມີ​ບົດບາດ​ສຳຄັນ​ໃນ​ວຽກ​ງານ​ປົກ​ປັກ​ຮັກ​ເອກະລາດສາ​ອະທິປະ​ໄຕ​​ແຫ່ງຊາດ, ສະພາບ​ແວດ​ລ້ອມ​ແຫ່ງ​​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ທ່ານ​ເລຂາທິການ​ໃຫຍ່​​​ເຊື່ອໝັ້ນ​ວ່າ, ດ້ວຍ​ມູນ​ເຊື້ອທີ່​ສະ​ຫງ່າ​ລາສີ, ມີ​ລະບຽບວິ​ໄລ, ມີສະຕິ​ຈັດ​ຕັ້ງ, ​ເຊິ່ງ​ໄດ້​ຮັບ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ພັກ ​ແລະ ​ໄດ້​ຮັບ​ຄວາມ​ຮັກ​ແພງຈາກ​ປະຊາຊົນ ກອງທັບ​ແມ່ນສະພາບ​ແວດ​ລ້ອມ​ທີ່​ສະດວກ​ໃຫ້ໄວ​ໜຸ່ມ​ຝຶກ​ຝົນ​ຫຼໍ່​ຫຼອມ, ສູ້​ຊົນ​ສຳ​ເລັດ​ໜ້າ​ທີ່​ໃນ​​ກອງທັບ​ກໍ່​ຄື​ໃນ​ຊີວິດ​ປະຈຳ​ວັນເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ