ທ່ານເລຂາທິການໃຫຍ່ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກ ລາວ

ທ່ານເລຂາທິການໃຫຍ່ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກ ລາວ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕ້ອນຮັບ
ທ່ານ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ຈັນ​ສີ ​ໂພ​ສີຄຳ
(ພາບ: TTXVN)

(vovworld) – ໂດຍ​ຮັບ​ຄຳ​ເຊີນ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກປະຊາຊົນ​ປະຕິວັດ​ລາວ, ​ໂດຍ​ທ່ານ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ຈັນ​ສີ ​ໂພ​ສີຄຳ ​ເປັນ​ຫົວໜ້າ​ຄະນະ, ມາ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ ​ແຕ່​ວັນ​ທີ 21-24/1. ຕອນ​ບ່າຍ​ວັນ​ທີ 21/1, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊົນ​​ເຊີ​ຍຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກປະຊາຊົນ​ປະຕິວັດ​ລາວ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ; ອວຍພອນ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະ ສຳຄັນ​ໃນ​ທຸກ​ຂົງ​ເຂດ ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ​ລາວ​ອ້າ​ຍນ້ອງ​ບັນລຸ​ໄດ້​ໃນ​ພາລະກິດ​ປ່ຽນ​ໃໝ່, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນສຳຄັນ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກປະຊາຊົນ​ປະຕິວັດ​ລາວ. ທ່ານ​ເລຂາທິການ​ໃຫຍ່​ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງຄະນະ​ຈັດ​ຕັ້ງ​ສູນ​ກາງຂອງ​ສອງ​ພັກ ສືບ​ຕໍ່​ສົມທົບ​ກັນຢ່າງ​ແໜ້​ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ, ບົດຮຽນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ວຽກ​ງານ​ພະນັກງານ, ກໍ່ສ້າງ, ບຳລຸງ​ພະນັກງານ​ທຸກ​ຂັ້ນ, ຮ່ວມ​ມື,​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ.

​        ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ​ກອມ​ມູນ​ນິດ​ຫວຽດນາມ ​ໂດຍ​ທ່ານ ​ໂຕ​ຮູ​ຍ​ເຣື໋ອ, ຫົວໜ້າຄະນະ​ຈັດ​ຕັ້ງ​ສູນ​ກາງ​ນຳ​ໜ້າ, ​ໄດ້​ມີ​ການ​ເຈລະຈາ​ກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກປະຊາຊົນ​ປະຕິວັດ​ລາວ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ​, ກໍ່ສ້າງ​ພັກ, ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສອງ​ຄະນະ, ປະກອບສ່ວນ​ນຳ​ການ​ພົວພັນ​ສາມັກ​ຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ.

ຂ່າວ/ບົດ​ອື່ນ