ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຝູຈ້ອງເປັນປະທານກອງປະຊຸມຄະນະເລຂາ

(VOVWORLD) -ພາຍຫຼັງບຸນເຕັດ, ທຸກຂັ້ນ, ທຸກຂະແໜງການຕ້ອງສຸມໃສ່ປະຕິບັດການຜະລິດ, ດຳເນີນທຸລະກິດ, ພັດທະນາເສດຖະກິດ - ສັງຄົມ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ

ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຝູຈ້ອງເປັນປະທານກອງປະຊຸມຄະນະເລຂາ - ảnh 1 ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຝູຈ້ອງເປັນປະທານກອງປະຊຸມຄະນະເລຂາ

(ພາບ: TTXVN)

ວັນທີ 31 ມັງກອນ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມຄະນະເລຂາ ເພື່ອຕີລາຄາໝາກຜົນການປະຕິບັດຄຳສັ່ງເລກທີ 40 ຂອງຄະນະເລຂາກ່ຽວກັບການຈັດຕັ້ງບຸນເຕັດປີ 2020; ພິຈາລະນາ, ຕັດສິນກ່ຽວກັບວຽກງານພະນັກງານ.

          ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຮຽກຮ້ອງວ່າ: ພາຍຫຼັງບຸນເຕັດ, ທຸກຂັ້ນ, ທຸກຂະແໜງການຕ້ອງສຸມໃສ່ປະຕິບັດການຜະລິດ, ດຳເນີນທຸລະກິດ, ພັດທະນາເສດຖະກິດ - ສັງຄົມ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ປະຕິບັດວຽກງານການຕ່າງປະເທດໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນບົດບາດ, ໜ້າທີ່ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ປະທານອາຊຽນ; ປົກປັກຮັກສາອະທິປະໄຕ, ເຂດຊາຍແດນ, ຜືນແຜ່ນດິນໄວ້ຢ່າງໝັ້ນຄົງ… ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໃສ່ໃຈວ່າ, ອົງຄະນະພັກທຸກຂັ້ນ ຈົ່ງຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ ແລະ ບັນດາວັນບຸນໃຫຍ່ຂອງປະເທດຊາດໃຫ້ແທດຈິງ ແລະ ມີຂອບຂະໜາດທີ່ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ