ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມເປັນປະທານກອງປະຊຸມພະນັກງານທົ່ວປະເທດ

(VOVWORLD) - ຖັນແຖວພະນັກງານການແພດ, ນັກຮົບ ກຳລັງປະກອບອາວຸດ, ພະນັກງານການທູດ, ສື່ມວນຊົນ ໄດ້ປະຕິບັດຕາມເນື້ອໃຈຈິດໃຈ ຕ້ານໂລກລະບາດຄ້າຍຄືຕ້ານສັດຕູ.

ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມເປັນປະທານກອງປະຊຸມພະນັກງານທົ່ວປະເທດ - ảnh 1 ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ  ຫງວຽນຟູຈ້ອງ

ພາບ:vietnam+

ຕອນເຊົ້າ ວັນທີ 23 ເມສາ ກົມການເມືອງ ໄດ້ຈັດຕັ້ງກອງປະຊຸມພະນັກງານທົ່ວປະເທດ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ  ຫງວຽນຟູຈ້ອງ. ກ່າວຄຳເຫັນນະທີ່ນີ້ ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຊີ້ແຈ້ງ ຄວາມສຳຄັນຂອງກອງປະຊຸມພະນັກງານທົ່ວປະເທດຄັ້ງນີ້ ເພື່ອແນໃສ່ແຈ້ງບາງບັນຫາສຳຄັນທີ່ວາງອອກເພື່ອຮັບເອົາຄຳເຫັນຈາກສູນກາງ, ກະກຽມຜັນຂະຫຍາຍຫລາຍເນື້ອໃນສຳຄັນໃນໄລຍະຈະມາເຖິງ.

ຕີລາຄາກ່ຽວກັບວຽກງານປ້ອງກັນສະກັດກັ້ນໂລກລະບາດ Covis -19, ທ່ານເລຂາທິການໃຫຍ່,ປະທານປະເທດ ຍ້ອງຍໍສັນລະເສີນບັນດາຄວາມມານະພະຍາຍາມບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນ,   ກະຊວງຂະແຫນງການຕ່າງໆ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດ ພິເສດແມ່ນຖັນແຖວພະນັກງານການແພດ, ນັກຮົບ ກຳລັງປະກອບອາວຸດ, ພະນັກງານການທູດ, ສື່ມວນຊົນ ໄດ້ປະຕິບັດຕາມເນື້ອໃຈຈິດໃຈ ຕ້ານໂລກລະບາດຄ້າຍຄືຕ້ານສັດຕູ.

ເມື້ອເນັ້ນຫນັກເຖິງຄວາມຮຽກຮ້ອງຕ້ອງການທີ່ວາງອອກໃຫ້ວຽກງານບຸກຄະລາກອນກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ່ 13 ຂອງພັກ, ທ່ານເລຂາທິການໃຫຍ່,ປະທານປະເທດ ກ່າວວ່າ: ກອງປະຊຸມໃຫຍ່ກໍ່ແມ່ນຂີດໝາຍສຳຄັນ, ມີຄວາມໝາຍ, ແມ່ນການກຳນົດທິດອະນາຄົດ, ລະດົມກຳລັງໃຈທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສືບຕໍ່ຍູ້ແຮງຮອບດ້ານ, ຄົບຊຸດກິດຈະການປ່ຽນແປງໃຫມ່, ນຳປະເທດຊາດພັດທະນາວ່ອງໄວ ແລະ ໝັ້ນຄົງ. ສະນັ້ນ ບັນຫາສຳຄັນແຖວຫນ້າແມ່ນຕ້ອງກຳນົດຄວາມຮຽກຮ້ອງຕ້ອງການໃນການສ້າງຄະນະບໍລິຫານງານສູນກາງ ແກ່ນສານແມ່ນກົມການເມືອງ, ຄະນະເລຂາ, ການນຳຫລັກແຫລ່ງຂອງພັກ ແລະ ລັດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ