ທ່ານເລຂາທິການໃຫຍ່ພົບປະກັບປະທານາທິບໍດີ ແລະ ຮອງປະທານສະພາແຫ່ງຊາດ ຮູງກາຣີ

(VOVWORLD) - ການນຳ 2 ທ່ານໄດ້ເປັນເອກະພາບຈະຕັ້ງໜ້າພ້ອມກັນສົມທົບກັນເພື່ອແນໃສ່ປະຕິບັດບັນດາມາດຕະການຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ການເມືອງ - ການທູດ, ການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ
ທ່ານເລຂາທິການໃຫຍ່ພົບປະກັບປະທານາທິບໍດີ ແລະ ຮອງປະທານສະພາແຫ່ງຊາດ ຮູງກາຣີ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານຮອງປະທານສະພາແຫ່ງຊາດ ຮູງກາຣີ  Hande Csada

ຕອນບ່າຍວັນທີ 10 ກັນຍາ, ທີ່ນະຄອນຫຼວງ Budapest, ທ່ານປະທານາທິບໍດີ ຮູງກາຣີ Janos Ader ໄດ້ພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານປະທານາທິບໍດີ ຮູງກາຣີ ຢັ້ງຢືນວ່າ ຮູງກາຣີ ຍາມໃດກໍ່ ຖືຫວຽດນາມ ເປັນຄູ່ຮ່ວມມືສຳຄັນທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ຈະມານະພະຍາຍາມເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ກ່ວາອີກ.

        ການນຳ 2 ທ່ານໄດ້ເປັນເອກະພາບຈະຕັ້ງໜ້າພ້ອມກັນສົມທົບກັນເພື່ອແນໃສ່ປະຕິບັດບັນດາມາດຕະການຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ການເມືອງ - ການທູດ, ການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ການສຶກສາ - ບຳລຸງສ້າງຢ່າງມີປະສິດທິຜົນ…

        ແລະກໍ່ໃນຕອນບ່າຍວັນດຽວກັນ,ທີ່ສຳນັກງານສະພາແຫ່ງຊາດ ຮູງກາຣີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຈລະຈາກັບທ່ານຮອງປະທານສະພາແຫ່ງຊາດ ຮູງກາຣີ Hande Csada. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານຮອງປະທານສະພາແຫ່ງຊາດ Hande Csada ເຫັນດີເປັນເອກະພາບສ້າງທຸກເງື່ອນໄຂສະດວກເພື່ອໃຫ້ອົງການນິຕິບັນຍັດ 2 ປະເທດເພີ່ມທະວີການຮ່ວມມືແລກປ່ຽນຄະນະຜູ້ແທນຂັ້ນສູງ, ທາງ 2 ຝ່າຍ ແລະ ຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ; ເພີ່ມທະວີການຮ່ວມມື, ພົວພັນແລກປ່ຽນລະຫວ່າງບັນດາອົງການສະເພາະກິດຂອງສະພາແຫ່ງຊາດ, ກຸ່ມສະມາຊິກສະພາມິດຕະພາບ 2 ປະເທດເພື່ອແນໃສ່ແບ່ງປັນບົດຮຽນໃນການເຄື່ອນໄຫວດ້ານນິຕິບັນຍັດ, ການຕິດຕາມກວດກາ, ບຳລຸງສ້າງ, ຝືກອົບຮົບໃຫ້ພະນັກງານ, ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ 2 ປະເທດ; ເປັນເອກະພາບເອົາໃຈໃສ່ຊີ້ນຳ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ກຸ່ມສະມາຊິກສະພາມິດຕະພາບ 2 ປະເທດເສີມຂະຫຍາຍບົດບາດໃນການຊຸກຍູ້ ແລະ ການພັດທະນາການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດຢ່າງມີປະສິດທິຜົນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ