ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງກະກຽມການຢ້ຽມຢາມສປ.ຈີນຢ່າງເປັນທາງການ

(vovworld) -​ ໂດຍ​ໄດ້​ຮັບ​ຄຳ​ເຊ​ື້ອ​ເຊ​ີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຈີນ, ປະ​ທານ​ປະ​ເທດ ສ​ປ. ຈີນ ສື​ຈິ້ນ​ຜິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ຈະ​ຢ້ຽມ​ຢາມ ສ​ປ. ຈີນ ຢ່າງ​ເປັນ​ທາງ​ການ, ແຕ່​ວັນ​ທີ 12 – 15/1/2017.

        ການ​ຢ້ຽມ​ຢາມ​ຈ​ະ​ດຳ​ເນີນ​ໄປ​ກ່ອນ​ການ​ສະ​ເຫຼີມ​ສະຫຼອງ 67 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ ແລະ ກົງ​ກັບ​ໂອ​ກາ​ດ​ປະ​ຊາ​ຊົນ 2 ປະ​ເທດ​ພ້ອມ​ກັບ​ກະ​ກຽມ​ປີ​ໃໝ່​ປີ​ຣະ​ກາ. ນີ້​ແມ່ນ​ການ​ຢ້ຽມ​ຢາມ ຈີນ ຄັ້ງ​ທຳ​ອິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເພື່ອ​ແນ​ໃສ່​ສືບ​ຕໍ່​ນຳ​ການ​ພົວ​ພັນ ຫວຽດ​ນາມ - ຈີນ ພັດ​ທະ​ນາ​ຢ່າງ​ສົດ​ໃສ, ມີສະ​ຖຽນ​ລະ​ພາບ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.


ຂ່າວ/ບົດ​ອື່ນ