ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງເມືອງບາດິ່ງ, ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງເມືອງບາດິ່ງ, ຮ່າໂນ້ຍ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​
 ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ


(vovworld) - ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ຕອນ​ເຊົ້າ​ວັນ​ທີ 17/10, ທ່ານ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ​, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຫວຽດນາມ, ນະຄອນ ຮ່າ​ໂນ້ຍ, ຫົວໜ່ວຍ​ເລືອກ​ຕັ້ງ​ເລກ 1 ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ ບາ​ດິ່ງ, ຮ່າ​ໂນ້ຍ. ນະ​ທີ່​ນີ້, ຜູ້ຕາງໜ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ລາຍ​ງານ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ  2, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 20/10-22/11. ​ໃນ​ນັ້ນ​ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ ​ແລະ ຮັບຮອງ​ເອົາ​ຮ່າງ​ກົດໝາຍ 4 ສະບັບ, ຮ່າງ​ມະຕິ 1 ສະບັບ; ປະກອບ​ຄວາມ​ເຫັນ​ໃສ່​ຮ່າງ​ກົດໝາຍ 11 ສະບັບ; ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ສະພາບ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2016-2017; ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ວຽກ​ງານ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ​ແລະ ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ປີ 2016 ​ແລະ ບາງ​ຫົວ​ຂໍ້​ອື່ນ​ອີກ. ກ່າວ​ຄວາມ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ​  ​ໃຫ້​ຮູ້​ວ່າ: ​ເລື່ອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ​ກົດໝາຍ​ວ່າ​ດ້ວຍ​ສະມາຄົມ, ກົດໝາຍ​ວ່າ​ດ້ວຍ​ຄວາມ​ເສລີ​ໃນ​ການ​ເຫຼື້ອມ​ໃສ​ນັ້ນ ເພື່ອ​ແນ​ໃສ່​ຫັນ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ເປັນລະອຽດ, ສ້າງ​ເງື່ອນ​ໄຂ​ໃຫ້​ການ​ເຄື່ອນ​ໄຫວ​ຢ່າງ​ຖືກ​ທິດ, ຖືກ​ຈຸດປະສົງ, ຮັບ​ໃຊ້​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ. ທ່ານ​ຍັງ​ໃຫ້​ຮູ້​ວ່າ​ເລື່ອງ​ກໍ່ສ້າງ​ພັກ, ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ​ໄພ​ຫຍໍ້​ທໍ້​ໄດ້​ຮັບ​ຜົງ​ງານ​ໃນ​ເບື້ອງ​ຕົ້ນ​ແລ້ວ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ພັກ, ລັດ​ຈະ​ປະຕິບັດ​ວຽກ​ງານ​ນີ້​ ​ແລະ ມະຕິ​ສູນ​ກາງ​ທີ 4 (ຊຸດ​ທີ 12) ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກຢ່າງ​ເດັດ​ດຽວ, ຂ້ຽວຂາດ​ກວ່າ ​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ຄາດໝາຍ​ນີ້.

 

ຂ່າວ/ບົດ​ອື່ນ