ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງສິ້ນສຸດການຢ້ຽມຢາມກຳປູເຈຍຢ່າງຈົບງາມ

(VOVWORLD) -ຕອນບ່າຍວັນທີ 22 ກໍລະກົດ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກັບຄືນເມືອຮອດຮ່າໂນ້ຍ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ຢ່າງຈົບງາມ. 
ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງສິ້ນສຸດການຢ້ຽມຢາມກຳປູເຈຍຢ່າງຈົບງາມ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສົ່ງໂທລະເລກສະແດງຄວາມຂອບອົກຂອບໃຈ ພະບາດສົມເດັດ ພະມະຫາກະສັດ ແຫ່ງລາຊະອານາຈັກກຳປູເຈຍ ໂນໂຣດົມ ສີຫາໂມນີ. ໃນໂທລະເລກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນວ່າ: ຄະນະຜູ້ແທນຂັ້ນສູງພັກ ແລະ ລັດຫວຽດນາມ ພ້ອມກັບພະມະຫາກະສັດ ແລະ ບັນດາການນຳຂອງລາຊະອານາຈັກ ກຳປູເຈຍ ໄດ້ມີລາຍການເຮັດວຽກຢ່າງມີປະສິດທິຜົນ, ຖານຄວາມສາມັກຄີມິດຕະພາບ. ທ່ານເລຂາທິການໃຫຍ່ ມີຄວາມເຊື່ອໝັ້ນວ່າ ການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງສອງປະເທດ ຫວຽດນາມ ແລະກຳປູເຈຍ ຈະພັດທະນາຂຶ້ນສູ່ລະດັບສູງໃຫມ່ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ອວຍພອນໃຫ້ປະຊາຊົນ ກຳປູເຈຍ ຈະສືບຕໍ່ຍາດໄດ້ຜົນງານໃຫມ່ຫລາຍຢ່າງທີ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປ່ອງດອງຊາດ, ປົກປັກຮັກສາ ແລະ ສ້າງສາປະເທດ ກຳປູເຈຍ ໃຫ້ມີຄວາມເອກະລາດ, ສັນຕິພາບ, ປະຊາທິປະໄຕ ແລະ ກ້າວຫນ້າສັງຄົມ ສຳເລັດຜົນ. 

ຕອບກັບ

ຂ່າວ/ບົດ​ອື່ນ