ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງສາບານຕົວຮັບດຳລົງຕຳແຫນ່ງປະທານປະເທດ

(VOVWORLD) -ຕອນບ່າຍວັນທີ 23 ຕຸລາ, ທີ່ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບເລືອກຕັ້ງທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ດຳລົງຕຳແຫນ່ງເປັນປະທານປະເທດ ອາຍຸການ 2016 – 2021. 

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງສາບານຕົວຮັບດຳລົງຕຳແຫນ່ງປະທານປະເທດ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງສາບານຕົວຮັບດຳລົງຕຳແຫນ່ງປະທານປະເທດ

ພາບ:quochoi.vn

ໃນພິທີສາບານຕົວຮັບດຳລົງຕຳແຫນ່ງ, ທ່ານຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຢັ້ງຢືນວ່າ:

“ພາຍໃຕ້ຄັນທຸງຊາດທີ່ສັກກະລະບູຊານີ້, ຂ້າພະເຈົ້າ ຫງວຽນຟູຈ້ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ຂໍສາບານຕົວຕໍ່ສະພາແຫ່ງຊາດ, ຕໍ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ກັບລັດຖະທຳມະນູນ ສສ ຫວຽດນາມ. ມານະພະຍາຍາມ ສຳເລັດຫນ້າທີ່ຊື່ງພັກກອມມູນິດຫວຽດນາມ, ລັດ ແລະ ປະຊາຊົນມອບໝາຍໃຫ້.”

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເກີດວັນທີ 14 ເມສາປີ 1944 ຢູ່ ເມືອງ ດົງແອງ ນະຄອນ ຮ່າໂນ້ຍ. ທ່ານເປັນກຳມະການສູນກາງພັກ ຊຸດ ທີ VII, VIII, IX, X. ກຳມະການກົມການເມືອງ ຊຸດທີ VIII, IX, X, XI, XII. ສະມາຊິກສະພາແຫ່ງຊາດຊຸດທີ XI, XII, XIII, XIV./.

ຕອບກັບ

ຂ່າວ/ບົດ​ອື່ນ