ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຂົ້າຮ່ວມພິທີໄຂກອງປະຊຸມຕຳຫຼວດທົ່ວປະເທດ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຂົ້າຮ່ວມພິທີໄຂກອງປະຊຸມຕຳຫຼວດທົ່ວປະເທດ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
ກ່າວຄຳເຫັນທີ່ກອງປະຊຸມ)


(vovworld) - ຕອນ​ເຊົ້າ​ວັນ​ທີ 26/12, ກອງ​ປະຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ ຖືກ​​ໄຂຂຶ້ນ​ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ເພື່ອ​ສະຫຼຸບ, ຕີ​ລາຄາ​ສະພາບ​ການ; ໝາກຜົນ​ວຽກ​ງານ​ທຸກ​ດ້ານ​ຂອງ​ຕຳຫຼວດ ​ແລະ ຂະ​ບວນການ​​ແຂ່ງຂັນ “​ເພື່ອ​ຄວາມສະຫງົບ​ປອດ​ໄພຂອງ​ປະ​ເທດຊາດ” ປີ 2016; ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ປົກ​ປັກ​ຮັກສາ​ຄວາ​ມສະ​ຫງົ​ບປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ປຸກລະດົມ​ຂະ​ບວນການ​​ແຂ່ງຂັນປີ 2017 ​ໃນ​ກຳລັງ​ຕຳຫຼວດປະຊາຊົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໃຫ້​ຮູ້​ວ່າ, ປີ 2017 ​ແມ່ນ​ປີ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ, ​ເປັນ​ປີ​ທີ 2 ປະຕິບັດ​ມະຕິ​ກອງ​ປະຊຸ​ມ​ໃຫຍ່​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງ​ພັກ ​ແລະ ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຕ​ຳຫຼວດສູນ​ກາງ​ຄັັ້ງທີ 6. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ຮຽກຮ້ອງ​​ໃຫ້ກຳລັງ​ຕຳຫຼວດ ສືບຕໍ່​ເອົາ​ໃຈ​ໃສ່ວຽກ​ງານກໍ່ສ້າງພັກ, ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ​ໃຫ້​ປອດ​ໄສ, ​ເຂັ້ມ​​ແຂງ; ສືບ​ຕໍ່​ຊາບຊິຶມຢ່າງ​ເລິກ​ເຊິ່ງ, ຫັນ​ບັນດາ​ທັດສະນະ​, ​ແນ​ວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ ​ເປັນ​ລະອຽດ ​ແລະ ຕ້ອງ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ, ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ໝູ່​ຄະນະ​ເພື່ອຮັກ​ສາ​ຄວາ​ມສະຫງົບ​ປອດ​ໄພ​ແຫ່ງ​ຊາດ…

ຂ່າວ/ບົດ​ອື່ນ