ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຮັດວຽກຢູ່ແຂວງເບ໋ນແຈ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຮັດວຽກຢູ່ແຂວງເບ໋ນແຈ - ảnh 1
ທ່ານ​ ຫງວຽນ​ຟູ໋ຈ້ອງ ​ເລຂາທິການ​ໃຫຍ່ລົງກວດກາ​
ຢ້ຽມຢາມ​ຕາ​ແສງ ຫືວດີ້​ງ
(ພາບ: TTXVN)

(vovworld) – ​ ​ໂດຍ​ສືບ​ຕໍ່​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ທົ່ງພຽງ​ແມ່​ນ້ຳຂອງ, ວັນ​ທີ 17/03, ທ່ານ​ ຫງວຽນ​ຟູ໋ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ລົງກວດກາ​ຕົວ​ຈິງ​ສະພາບ​ການ​ນ້ຳ​ທະ​ເລ​ຊຶມ​ເຂົ້າ; ຢ້ຽມຢາມ​ຕາ​ແສງ ຫືວດີ້​ງ, ​ເມືອງ​ເຈົາ​ແທ່ງ ​ແຂວງ​ເບ໋ນ​ແຈ. ​ໃນ​ການ​ກວດກາ​ຢູ່​ຕາ​ແສງ ​ເຕີນ​ແທງ ​ເມືອງ​ຢົ່ງ​ຈົມ, ທ່ານ​ເລຂາທິການ​ໃຫຍ່​​ໄດ້ແບ່ງ​ເບົາຄວາມ​ຫຍຸ້ງຍາກ ​ເຊິ່ງຊາວ​ກະສິກອນ​ພວມ​ປະ​ເຊີນ​ໜ້າ, ພ້ອມ​ທັງ​ຢືນຢັນ​ວ່າ: ສູນ​ກາງ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຈະ​ຊອກ​ຫາ​ທຸກ​ວິທີ ​ເພື່ອ​ຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນ​ຜ່ານ​ຜ່າສະພາບ​ການ​ຫຍຸ້ງຍາກ​ຄື​ປະຈຸ​ບັນ. ທີ່​ເມືອງ​ເຈົາ​ແທ່ງ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊົມ​ເຊີຍ​ບັນດາ​ມາດ​ຕະການ​ຢ່າງ​ວ່ອງ​ໄວ​ຂອງ​ຕາ​ແສງ ຫືວດີ້​ງ ​ແລະ ​ເມືອງ​ເຈົາ​ແທ່ງ ​ ​ເບ​ື້ອງຕົ້ນໃນ​ການ​ຈຳກັດຄວາມ​ເສຍ​ຫາຍ​ໂດຍ​ໄພ​ແຫ້ງ​ແລ້ງ, ນ້ຳ​ທ​ະ​ເລ​ຊຶມ​ເຂົ້າຢ່າງ​ສຸດ​ຂີດ, ຮັບປະກັນນ້ຳ​ຈຶດ​ໃຫ້​ແກ່​ປະຊາຊົນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋​ແຈ້ງ ຮຽກຮ້ອງ​ການ​ນຳ​ເມືອງ ​ແລະ ຕາ​ແສງ​ຕ້ອງ​ສືບ​ຕໍ່​ມີ​ມາດ​ຕະການ​ຢ່າງຂ້ຽວຂາດ ​ເພື່ອ​ສະກັດ​ກັ້ນ​ໄພ​ທຳ​ມະ​ຊາດ, ພ້ອມ​ທັງ ປະຊາຊົນຄວນ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ, ​ແບ່ງ​ເບົາ​ເຊິ່ງກັນ ​ແລະ ກັນ ​ເພື່ອ​​ແກ້​ໄຂ​ສະພາບການ​ຄື​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ