ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໃຫ້ການຕ້ອນຮັບເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຈວາງ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໃຫ້ການຕ້ອນຮັບເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຈວາງ - ảnh 1
ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໃຫ້ການຕ້ອນຮັບເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຈວາງ
(ພາບ: TTXVN)

(vovworld) - ທີ່​ການ​ຕ້ອນຮັບ​ທ່ານ ​ເປິ໋ງຈິງ​ຄວາ, ​ເລຂາ​ຄະນະ​ພັກ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ​ຈວາງ, ​ແຂວງ​ກວາງ​ສີ, ​ໃນ​ຕອນ​ບ່າຍ​ວັນ​ທີ 27/4, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ ຫງວຽນ​ຟູ໋ຈ້ອງ, ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ຕັ້ງໜ້າ ​ແລະ ການ​ພັດທະນາ​ຢ່າງ​ແຮງ, ​ແທດ​ຈິງ​ໃນ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ແຂວງ ກວາງ​ສີ ​ກັບ​ບັນດາ​ທ້ອງ​ຖິ່ນຂອງ ຫວຽດນາມ​ ໃນ​ໄລຍະ​ຜ່ານ​ມາ. ທ່ານ​ເລຂາທິການ​ໃຫຍ່​ຢືນຢັນ​ວ່າ, ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ​ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ການຮ່ວມ​ມື​ຮອບດ້ານ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ຈີນ; ​ເນັ້ນ​ໜັກ​ເຖິງ​ທີ່​ຕັ້ງ​ສຳຄັນ​ຂອງ​ ກວາງ​ສີ​ ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ຈີນ, ທ່ານ​ສະ​ເໜີ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ກວາງ​ສີ ​ແລະ ບັນດາ​ທ້ອງ​ຖິ່ນຂອງ​ ຫວຽດນາມ ຄວນ​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຄວາມ​ຮັບ​ຮູ້​ລວມລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ​ຢ່າງ​ມີ​ປະສິດທິ​ຜົນ, ຍູ້​ແຮງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ ຫວຽດນາມ - ຈີນ​ໃຫ້​ພັດທະນາ​ສະຖຽນ​ລະ​ພາບ ​ແລະ ຈົບງາມ​ຢ່າງ​ບໍ່​ຢຸດ​ຢັ້ງ.

        ສ່ວນ​ທ່ານ ເປິ໋ງຈິງ​ຄວາ ກໍ່​ຢືນຢັນ​ວ່າ, ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ ຈວາງ, ​ແຂວງ​ກວາງ​ສີ ຖື​​ເປັນ​ສຳຄັນການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ ຫວຽດນາມ ​ແລະ ປາ​ດຖະໜາ​ຢາກ​ພ້ອມ​ກັບ​ບັນດາ​ແຂວງ​ຊາຍ​ແດນ​ ຫວຽດນາມ​ ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ເສດຖະກິດ, ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ມານະ​ພະຍາຍາມ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ຫວຽດນາມ - ຈີນ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ຈົບງາມ.


ຂ່າວ/ບົດ​ອື່ນ