ທ່ານເລຂາທິການໃຫຍ່ເລຂາຟຽວ:ຜູ້ປະກອບສ່ວນສ້າງການພົວພັນການຕ່າງປະເທດລະຫວ່າງຫວຽດນາມກັບບັນດາປະເທດ

(VOVWORLD) -ວັນທີ 14- 15 ສິງຫາ, ຫວຽດນາມຈັດພິທີງານສົບທ່ານເລຂາທິການໃຫຍ່ ເລຂາຟຽວ (ເຖິງແກ່ມໍລະນະກຳໃນວັນທີ 7 ສິງຫາປີ 2020) ຕາມພິທີການລະດັບຊາດ. 
ທ່ານເລຂາທິການໃຫຍ່ເລຂາຟຽວ:ຜູ້ປະກອບສ່ວນສ້າງການພົວພັນການຕ່າງປະເທດລະຫວ່າງຫວຽດນາມກັບບັນດາປະເທດ - ảnh 1ທ່ານ ເຈີນດຶກເລືອງ ອະດີດ ປະທານປະເທດຫວຽດນາມ 

ເນື່ອງໃນໂອກາດນີ້ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມມີກ່ຽວກັບເລຂາທິການໃຫຍ່ ເລຂາຟຽວ, ທ່ານ ເຈີນດຶກເລືອງ ອະດີດ ປະທານປະເທດຫວຽດນາມ ຖືວ່າ: ທ່ານເລຂາທິການໃຫຍ່ ເລຂາຟຽວ ແມ່ນຜູ້ຍາມໃດກໍ່ສຸດຈິດສຸດໃຈເພື່ອພາລະກິດຂອງພັກ ແລະປະຊາຊົນ. ເພິ່ນຍາມໃດກໍ່ມີເຈດຈຳນົງຄວາມຕັດສິນໃຈຢ່າງບໍ່ຢຸດຢັ້ງ, ມີມານະຈິດ, ຂໍ້ລິເລີ່ມປະຕິບັດບັນດາຫນ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ດີສຸດ.

ໃນຊ່ວງເວລາ ທ່ານເລຂາທິການໃຫຍ່ ເລຂາຟຽວ ຮັບດຳລົງຕຳແຫນ່ງງເປັນການນຳພັກ ກໍ່ແມ່ນຊ່ວງເວລາ ຊຶ່ງພັກ ແລະລັດຫວຽດນາມ ພວມເຈລະຈາຕັ້ງຫນ້າກັບຝ່າຍຈີນ ກ່ຽວກັບການວາງແຜນກຳນົດຊາຍແດນທາງບົກຄືນໃຫມ່. ຕາມທ່ານເຈີນດຶກເລືອງແລ້ວ, ໃນຖານະເປັນເລຂາທິການໃຫຍ່, ທ່ານເລຂາທິການໃຫຍ່ ເລຂາຟຽວ ມີຄວາມເອົາໃຈໃສ່ທີ່ສຸດເຖິງວຽກງານນີ້, ຍາມໃດກໍ່ເປັນຫ່ວງ, ຮັບຟັງຕິດຕາມການລາຍງານຈາກບັນດາຄະນະເຈລະຈາກ່ຽວກັບວຽກງານນີ້ ເພື່ອຊີ້ນຳແກ້ໄຂ.

ໃນ ດ້ານການທູດ, ໂດຍສະເພາະແມ່ນເຫດການ ທ່ານປະທານາທິບໍດີ ອາເມລິກາ Bill Clinton ຢ້ຽມຢາມຫວຽດນາມເປັນຄັ້ງທຳອິດເມື່ອປີ 2000. ນີ້ແມ່ນຂີດໝາຍສຳຄັນ ພາຍຫລັງສອງປະເທດສ້າງການພົວພັນເປັນປົກກະຕິເມື່ອປີ 1995 ແລະ ກ້າວໄປເຖິງການເຊັນສັນຍາການຄ້າສອງຝ່າຍເປັນຄັ້ງທຳອິດເມື່ອເດືອນ ກໍລະກົດປີ 2000. ຜົນສຳເລັດຂອງເຫດການນີ້ມີຂີດໝາຍຂອງທ່ານເລຂາທິການໃຫຍ່ ເລຂາຟຽວ. ທ່ານອະດີດປະທານປະເທດຫວຽດນາມເຈີນດຶກເລືອງແບ່ງປັນວ່າ:

“ໃນບົດກ່າວປາໄສຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Bill Clinton, ທ່ານເລຂາທິການໃຫຍ່ ເລຂາຟຽວ ກໍ່ເຫັນດີກັບຂ້າພະເຈົ້າ ແລະ ຢັ້ງຢືນຄືນວ່າ: ບັນຫາເກົ່າບໍ່ຄວນຢ້ຳຄືນອີກ ຕອ້ງເວົ້າແນວໃດເພື່ອ “ປິດອະດີດຕະການ, ມຸ່ງໄປສູ່ອະນາຄົດ”, ບົນພື້ນຖານເຄົາລົບເອກະລາດ ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ນັບແຕ່ນັ້ນມາ ພວກເຮົາເຫັນວ່າ ສິ່ງນີ້ ໄດ້ນຳມາໃຫ້ຜົນປະໂຫຍດອັນໃຫຍ່ຫລວງແນວໃດໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.”

ທ່ານເລຂາທິການໃຫຍ່ ເລຂາຟຽວ ໄດ້ມີບັນດາການປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ໃນນັ້ນ ບັນດາການຊີ້ນຳນຳພາ, ການກຳນົດທິດຂອງເພິ່ນ ໃນຂົງເຂດການຕ່າງປະເທດ ເປັນການຕັ້ງພື້ນຖານສຳຄັນໃນການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ