ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ສູງ​ປົວ: ການ​ຢ້ຽມ​ຢາມ ຈີນ​ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຈະ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ອັນ​ດີ​ງາມຫຼາຍ​ຢ່າງ

(VOVWORLD) -  ວັນທີ 7 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມປະເທດ ສາທາລະນະລັດ ປະຊາຊົນ ຈີນ.
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ສູງ​ປົວ: ການ​ຢ້ຽມ​ຢາມ ຈີນ​ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຈະ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ອັນ​ດີ​ງາມຫຼາຍ​ຢ່າງ - ảnh 1ທ່ານ ສູງປົວ ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ (ພາບ: VOV)

ໂດຍໄດ້ຮັບຄຳເຊີນຂອງທ່ານ ຈ້າວເຫຼື້ອຈີນ ຫົວໜ້າຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ, ວັນທີ 7 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມປະເທດ ສາທາລະນະລັດ ປະຊາຊົນ ຈີນ. ນີ້ແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ; ເພື່ອແນໃສ່ຊຸກຍູ້ການຮັກສາການພົວພັນແລກປ່ຽນຄະນະຜູ້ແທນຂັ້ນສູງ, ກຳນົດທິດຍຸດທະສາດໃຫ້ແກ່ການພົວພັນສອງຝ່າຍ, ຫັນຄວາມຮັບຮູ້ລວມລະຫວ່າງການນໍາສູງສຸດຂອງສອງພັກ, ສອງລັດ ເປັນລະອຽດ. ຕາມທ່ານ ສູງປົວ ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ແລ້ວ, ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍສຳຄັນ, ເຮັດໃຫ້ການພົວພັນລະຫວ່າງອົງການນິຕິບັນຍັດສອງປະເທດມີຄວາມເລິກເຊິ່ງກວ່າອີກ, ພ້ອມທັງເຊື່ອມຕໍ່ການຮ່ວມມືລະຫວ່າງ ຫວຽດນາມ - ຈີນ ໃນທຸກຂົງເຂດ. ໃນຂອບເຂດການຢ້ຽມຢາມ, ຄາດວ່າ ສອງຝ່າຍຈະລົງນາມໃນຂໍ້ຕົກລົງຮ່ວມມືສະບັບໃໝ່ລະຫວ່າງອົງການນິຕິບັນຍັດສອງປະເທດ ແລະ ຈະສ້າງກົນໄກໂອ້ລົມສົນທະນາຂັ້ນສູງໃໝ່ ລະຫວ່າງອົງການນິຕິບັນຍັດສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ