ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮົ່ງ​ທາວ ລົງ​ສະ​ໝັກຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ຂອງ ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ ສາ​ກົນ ອາ​ຍຸ​ການ 2023 – 2027 ຕື່ມ​ອີກ

(VOVWORLD) -ທ່ານ ຫງວຽນຮົ່ງທາວ ເອກອັກຄະລັດຖະທູດແມ່ນໜຶ່ງໃນ 11 ຜູ້ລົງແຂ່ງຂັນຮັບສະໝັກເລືອກຕັ້ງ ເພື່ອຄັດເລືອກເອົາ ຜູ້ຕາງໜ້າ 8 ທ່ານ  ໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ ຢູ່ ILC ໃນອາຍຸການໃໝ່. 
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮົ່ງ​ທາວ ລົງ​ສະ​ໝັກຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ຂອງ ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ ສາ​ກົນ ອາ​ຍຸ​ການ 2023 – 2027 ຕື່ມ​ອີກ - ảnh 1ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ (ພາບ: TTXVN)

ສະມັດຊາໃຫຍ່ ສປຊ ຊຸດທີ 76 ຄາດວ່າຈະດຳເນີນການເລືອກຕັ້ງເອົາສະມາຊິກ ຄະນະກຳມະການກົດໝາຍສາກົນ (ILC) ອາຍຸການ 2023 – 2027 34 ທ່ານ ຢູ່ສຳນັກງານ ສະຫະປະຊາຊາດ ປະຈຳນິວຢອກ ໃນວັນທີ 12 ພະຈິກ ປີ 2021. ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ແມ່ນຊາວຫວຽດນາມ ຄົນທຳອິດທີ່ເປັນສະມາຊິກ ILC ໂດຍແມ່ນອົງການນິຕິກຳສຳຄັນຂອງ ສປຊ ໃນອາຍຸການ 2017 – 2022, ຈະລົງສະໝັກເລືອກຕັ້ງເປັນສະມາຊິກຂອງ ILC ໃນອາຍຸການຕໍ່ໄປ.

ທ່ານເອກອັກຄະລັດຖະທູດແມ່ນໜຶ່ງໃນ 11 ຜູ້ລົງແຂ່ງຂັນຮັບສະໝັກເລືອກຕັ້ງ ເພື່ອຄັດເລືອກເອົາ ຜູ້ຕາງໜ້າ 8 ທ່ານ  ໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ ຢູ່ ILC ໃນອາຍຸການໃໝ່. ນອນຈາກທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວແລ້ວ, ຜູ້ລົງສະໝັກເລືອກຕັ້ງ 10 ທ່ານທີ່ຍັງເຫຼືອແມ່ນ ມາຈາກບັນດາປະເທດຄື: ຍີ່ປຸ່ນ, ຈີນ, ສ.ເກົາຫຼີ, ໄທ, ໄຊປຣັດ, ອິນເດຍ, ສີລານກາ, ຟີລິບປິນ, ມົງໂກນ ແລະ ລີບັງ.

ຫວຽດນາມ ປະກາດຢ່າງເປັນທາງການວ່າ: ທ່ານ ເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ຈະລົງແຂ່ງຂັນສະໝັກເລືອກຕັ້ງເປັນສະມາຊິກ ຂອງ ILC ຕື່ມອີກສະໄໝໜຶ່ງນັບແຕ່ວັນທີ 25 ກຸມພາ ປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ