ທ່ານໂຕເລີມລັດຖະມົນຕີກະຊວງຕຳຫຼວດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ອິດສະລາແອນ

ທ່ານໂຕເລີມລັດຖະມົນຕີກະຊວງຕຳຫຼວດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ອິດສະລາແອນ - ảnh 1
ທ່ານ ພົນ​ໂທ ໂຕ​ເລີມ ແລະ ທ່ານ Benjamin Netanyahu

(vovworld)- ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ອິດ​ສະ​ລາ​ແອນ ໃນ​ລະ​ຫວ່າງ ວັນ​ທີ 13-15/11, ຄະ​ນະ​ຜ້​ແທນ​ຂັ້ນ​ສູງກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ໂດ​ຍ ທ່ານ ພົນ​ໂທ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ, ນຳ​ໜ້າ, ໄດ້ເຂົ້າ​ຢ້ຽມ​ຄຳ​ນັບ ທ່ານ Benjamin Netanyahu ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ລາ​ແອນ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ Benjamin Netanyahu ຢືນ​ຢັນ​ວ່າ: ການ​ຢ້ຽມ​ຢາມ​ ຈະ​ປະ​ກອບ​ສ່ວນ​ປັບ​ປຸງ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມມ​ື​ມິດ​ຕະ​ພາບ ລະ​ຫວ່າງ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ເວົ້າ​ລວມ, ລະ​ຫວ່າງ ສະ​ພາ​​ປ້​ອງ​ກັນຄວາມ​ສະ​ຫງົບ​, ກະ​ຊວງ​ຕຳຫຼວດ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ອິດ​ສະ​ລາ​ແອນ ກັບ​ກະ​ຊວງ​ຕຳຫຼວ​ດ​ຫວຽດ​ນາມ ເວົ້າ​ສະ​ເພາະ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ Benjamin Netanyahu ຕີ​ລາ​ຄາ​ສູງ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ອິດ​ສະ​ລາ​ແອນ ແລະ​ ຫວຽດ​ນາມ, ພ້ອມ​ທັງ​ສະ​ແດງ​ຄວາມເພິ່ງ​ພໍ​ໃຈ​ ​ຕໍ່  ໝາ​​ກ​ຜົນ​ການ​ພົບ​ປະເຈ​ລະ​ຈາ ລະ​ຫວ່າງ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ອິດ​ສະ​ລາ​ແອນ ກັບ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ເຫັນ​ດີ​ເປັນ​ເອກ​ະ​ພາບ​ ກັບ​ບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມື ລະ​ຫວ່າງ​ ສອງ​ຝ່າຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ Benjamin Netanyahu ຖື​ວ່າ ​ສອງ​ຝ່າຍ​ຈະ​ຊຸກ​ຍູ້​ກົນ​ໄກ​​​ເຈ​ລະ​ຈາ​ປະ​ຈຳ​ປີ​ເປັນ​ປະ​ຈຳ ໂດຍ​ໄວ ລະ​ຫວ່າງ ກະ​ຊວງ​ຕຳຫຼ​ວດ, ສະ​ພາ​ປ້​ອງ​ກັນຄວາມ​​ສະ​ຫງົບ​ແຫ່ງ​ຊາດ​ອິດ​ສະ​ລາ​ແອນ ກັບ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ສ້າງ​​ກອບ​ນິ​ຕິ​ກຳ ເພື່ອ​ກ້າວ​ໄປເຖິງ​ການ​ເຊັນ​ສັນ​ຍາ​ຮ່ວມ​ມື ກ່ຽວ​ກັບ​ແຮງ​ງານ, ມອບສົ່ງ​ຕົວຜູ້​ຖືກ​ຕັດ​ສິນ​ລົງ​ໂທດຈຳ​ຄຸກ, ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ.

        ໃນ​ວັນ​ດຽວ​ກັນ, ທີ່​ການ​ພົບ​ປະ​ເຈ​ລະ​ຈາ​ ກັບທ່ານ Jacob Nagel ​ຜູ້​ຮັກ​ສາ​ການ​ປະ​ທານ​ສະ​ພາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ອິດ​ສະ​ລາ​ແອນ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ເປັນ​ຕົ້ນ​ແມ່ນ​ໃນ​ການ​ຕໍ່ສູ້​ ປ້ອງ​ກັນ​ຕ້ານອາດ​ຊະ​ຍາ​ກຳຂ້າມ​ຊາດ, ການກໍ່​ການ​ຮ້າຍ​ສາ​ກົນ, ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ ແລະ ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ ​ຂອງ​ແຕ່​ລະ​​ປະ​ເທດ. ສອງ​ຝ່າຍກໍ່​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ບັນ​ດາ​ຫົວ​ໜ່ວຍ​ວິ​ຊາ​ການ​ຜ່ານ​ກົນ​ໄກ​ການ​ຮ່ວມ​ມື ທີ່​ໄດ້​ສ້າງ​ຕັ້ງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມືຜ່ານ​ທາງ Interpol, ສົມ​ທົບ​ກັນ​​ສືບ​ສວນ​ສອບ​ສວນ, ​ຕາມ​ລ່າ ແລະ ປ້ອງ​ກັນ, ​ຕ້ານ​ອາດ​ຊະ​ຍາ​ກຳ​ເສດ​ຖະ​ກິດ, ຟ​ອກ​ເງິນ​ສາ​ກົນ ແລະ ອາດ​ຊະ​ຍາ​ກຳ​ທີ່​ມີ​ການ​ຈ​ັດ​ຕັ້ງ, ຂ້າມ​ຊາດ.


ຂ່າວ/ບົດ​ອື່ນ