ທາບທາມຄວາມເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດຫວຽດນາມ-ກຳປູເຈຍຄັ້ງທີ5

ທາບທາມຄວາມເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດຫວຽດນາມ-ກຳປູເຈຍຄັ້ງທີ5 - ảnh 1
ທ່ານ ຟ້າ​ມບີ​ງມິ​ງ ຮອງນາຍົກລັດຖະມົນຕີ ແລະ
ທ່ານ Ung Sean ລັດຖະມົນຕີ​ ​ກະຊວງ​ການ​ຕ່າງປະ​ເທດ
(ພາບ: TTXVN)

(vovworld) - ​ເນ​ື່ອງ​ໃນ​ໂອກາດ​ມາ ຫວຽດນາມ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ - ກຳປູ​ເຈຍ ຄັ້ງ​ທີ 5, ຕອນ​ບ່າຍ​ວັນ​ທີ 05/05, ທ່ານ Ung Sean ລັດຖະມົນຕີ​ ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ ດຳ​ປູ​ເຈຍ ​ແລະ ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ ​ແລະ​ ຮ່ວມມື​ສາກົນ ກຳປູ​ເຈຍ ​ເຂົ້າ​ຢ້ຽມ​ຂ່ຳ​ນັບທ່ານ ຟ້າ​ມບີ​ງມິ​ງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ. ນະ​ທີ່​ນີ້ ທ່ານ ຟ້າ​ມບີ​ງມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຕີ​ລາຄາ​ສູງ​ໝາກຜົນ​​ແຫ່ງ​ການ​ທາ​ບທາ​​ມຄວາມ​ເຫັນ​ດ້ານ​ການ​ເມືອງ​ຄັ້ງ​ທີ 5 ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ ກຳປູ​ເຈຍ, ຢືນຢັນ​ນີ້​ແມ່ນ​ກົນ​ໄກ​ດີ​ສຸດ ​ເພື່ອ 2 ກະຊວງ​ເພີ່ມ​ທະວີຄວາມ​ເຂົ້າ​ອົ​ກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ​ແບ່ງປັນ​ບົດຮຽນ, ຮ່ວມ​ມື​ນຳ​ກັນ​ໃນ​ການ​ພົວພັນ​ໃຫ້ 2 ຝ່າຍ ກໍ່​ຄື​ໃນ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ. ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ສະ​ເໜີ​ 2 ກະຊວງ​ການ​ຕ່າງປະ​ເທດ ສືບ​ຕໍ່​ຮັກສາ​ກົນ​ໄກ​ທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​​ປະຈຳ​ປີ​, ພິຈາລະນາ ​​ມີ​ບັນດາການ​ປັບປຸງ​ອັນຈຳ​ເປັນ ​ເພື່ອ​ໃຫ້​ການ​ທາ​ບທາ​ມຄວາມ​ເຫັນ​ດ້ານ​ການ​ເມືອງ​ຕັ້ງຕໍ່​ໄປ​ລະຫວ່າງ 2 ຝ່າຍ ນັບ​ມື້​ນັບ​ມີ​ປະສິດທິ​ຜົ​ນ, ​ແທດ​ຈິງ​ກ່ວາ ​.

ຂ່າວ/ບົດ​ອື່ນ