ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ເວິນ​ໂດນກັບ​ຄືນ​ສູ່​ເຄື່ອນ​ໄຫວ​ໃນມື້​ທຳ​ອິດ

(VOVWORLD) -ຜູ້ໂດຍສານທຸກຄົນ ໄປມາ ເຮັດລະບຽບການຢູ່ສະໜາມບິນລ້ວນແຕ່ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຈ້ງອາການສຸຂະພາບ, ຂ້າເຊື້ອເຄື່ອງຂອງ.
ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ເວິນ​ໂດນກັບ​ຄືນ​ສູ່​ເຄື່ອນ​ໄຫວ​ໃນມື້​ທຳ​ອິດ - ảnh 1ທ່າອາກາດສະຍານສາກົນ ເວິນໂດນກັບຄືນສູ່ເຄື່ອນໄຫວໃນມື້ທຳອິດ (ພາບ: laodong.vn)

ຕອນເຊົ້າວັນທີ 3 ມີນາ, ທ່າອາກາດສະຍານ ສາກົນ ເວິນໂດນ ໄດ້ກັບຄືນສູ່ເຄື່ອນໄຫວເປີດປະຕູຕ້ອນຮັບຜູ້ໂດຍສານຢ່າງເປັນທາງການ. ຖ້ຽວບິນໝາຍເລກ VJ 230 ຂອງບໍລິສັດການບິນ Vietjet ໄດ້ເລີ່ມເດີນທາງແຕ່ນະຄອນ ໂຮ່ຈີມິນ ໄປຍັງທ່າອາກາດສະຍານ ສາກົນ ເວິນໂດນ ດ້ວຍຜູ້ໂດຍສານ 41 ຄົນ. ຜູ້ໂດຍສານທຸກຄົນ ໄປມາ ເຮັດລະບຽບການຢູ່ສະໜາມບິນລ້ວນແຕ່ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຈ້ງອາການສຸຂະພາບ, ຂ້າເຊື້ອເຄື່ອງຂອງ. ທ່ານ ຟ້າມງອກເສົ໊າ, ຜູ້ອຳນວຍການໃຫຍ່ ທ່າອາກາດສະຍານ ເວິນໂດນໃຫ້ຮູ້ວ່າ:

ນໄລຍະຈະມາເຖິງ ຖ້າຫາກວ່າ ລັດຖະບານສືບຕໍ່ມອບໜ້າທີ່ຕ້ອນຮັບບັນດາຖ້ຽວບິນ “ນຳສົ່ງພົນລະເມືອງ ຫວຽດນາມ ຈາກຕ່າງປະເທດກັບຄືນປະເທດ”, ຕ້ອນຮັບນັກຊ່ຽວຊານຕ່າງປະເທດ ພວກຂ້າພະເຈົ້າຍາມໃດກໍ່ຈະປະຕິບັດບັນດາເປົ້າໝາຍ ເພື່ອຮັບປະກັນການປ້ອງກັນ, ຕ້ານການຕິດແປດເຊື້ອພະຍາດໂຄວິດ - 19 ໃຫ້ແກ່ກຳລັງພະນັກງານ ຢູ່ລະດັບສູງສຸດ ແລະ ບັນຫານີ້ ຍາມໃດກໍ່ໄດ້ຖືຮັບເປັນຖືສຳຄັນແຖວໜ້າ. ພະນັກງານໝົດທຸກຄົນລ້ວນແຕ່ຕ້ອງປະຕິບັດຄຳຮຽກຮ້ອງນີ້ຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ