ທຳ​ນຽບ​ຂາວ: ລູກ​ສອນ​ໄຟ​ຂອງ ສ​ປ​ປ.ເກົາຫຼີ ບໍ່​ນາບ​ຂູ່​ເຂດ​ດິນ​ແດນ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 18 ພະຈິກ, ທຳນຽບຂາວຖືວ່າ ລູກສອນໄຟ ໂດຍ ສປປ.ເກົາຫຼີ ຍິງໄປກ່ອນໜ້ານັ້ນໃນວັນດຽວກັນ, ດ້ວຍໄລຍະຍິງ ທີ່ໄດ້ຮັບຖືວ່າ ແມ່ນຂ້າມມະຫາສະມຸດ ປາຊີຟິກ, ບໍ່ເປັນໄພນາບຂູ່ສຳລັບປະເທດ ອາເມລິກາ. 
ທຳ​ນຽບ​ຂາວ: ລູກ​ສອນ​ໄຟ​ຂອງ ສ​ປ​ປ.ເກົາຫຼີ ບໍ່​ນາບ​ຂູ່​ເຂດ​ດິນ​ແດນ ອາ​ເມ​ລິ​ກາ - ảnh 1ເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ  (ພາບ: Yonhap/TTXVN)

ໃນຂະນະນັ້ນ, ກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ, ເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ ເປັນຫຼັກຖານຊີ້ໃຫ້ເຫັນວ່າ ຕ້ອງປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ພຽງຢາງ ໃຫ້ຄົບຖ້ວນ. ໃນວັນດຽວກັນ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ສ.ເກົາຫຼີ ຢູ່ ເຊີອູນ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ແລະ ອາເມລິກາ ໄດ້ຈັດກອງປະຊຸມຄັ້ງທຳອິດຂອງ ກຸ່ມປະຕິບັດງານຮັບມືກັບລູກສອນໄຟ ສ.ເກົາຫຼີ - ອາເມລິກາ (CMWG). ນີ້ແມ່ນກຸ່ມປຶກສາຫາລືຂັ້ນວິຊາການ ສັງກັດ ຄະນະກຳມະການຍຸດທະສາດນາບຂູ່ ສ.ເກົາຫຼີ - ອາເມລິກາ (DSC) ເພື່ອແນໃສ່ສ້າງພື້ນຖານນະໂຍບາຍຢ່າງເລິກເຊິ່ງກວ້າງຂວາງໃນຂົງເຂດລູກສອນໄຟ. ຕໍ່ໜ້າການຜັນແປຫຼ້າສຸດຢູ່ແຫຼມ ເກົາຫຼີ, ຄາດວ່າ ວັນທີ 21 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ຈະປຶກສາຫາລືກ່ຽວກັບເຫດຍິງລູກສອນໄຟ ICBM Hwasong – 17 ຂອງ ສປປ.ເກົາຫຼີ.

 

ຕອບກັບ

ຂ່າວ/ບົດ​ອື່ນ