ນັກການເມືອງ ແລະ ສື່ມວນຊົນ ອາເມລິກາລາຕິນ ຕີລາຄາສູງແນວທາງການຕ່າງປະເທດຂອງ ຫວຽດນາມ

(VOVWORLD) - ໜຶ່ງໃນບັນດາການປະກອບສ່ວນສຳຄັນເຊິ່ງຂະແໜງການທູດ ຫວຽດນາມ ນຳມາໃນຫຼາຍປີຜ່ານມານັ້ນແມ່ນການສະແດງໃຫ້ໂລກເຫັນ ຫວຽດນາມ ຢຶດໝັ້ນເດີນຕາມເສັ້ນທາງລັດທິສັງຄົມນິຍົມ
ນັກການເມືອງ ແລະ ສື່ມວນຊົນ ອາເມລິກາລາຕິນ ຕີລາຄາສູງແນວທາງການຕ່າງປະເທດຂອງ ຫວຽດນາມ - ảnh 1ກອງປະຊຸມການຕ່າງປະເທດຄັ້ງທີ 32
(ພາບ: TTXVN)

ແນວທາງການຕ່າງປະເທດທີ່ຖືກຕ້ອງໄດ້ເພີ່ມທະວີທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ, ດ້ວຍຖານະແມ່ນປະເທດທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ໂລກ, ພ້ອມທັງປະກອບສ່ວນນຳພາບພົດ ຫວຽດນາມ ທີ່ຕັ້ງໜ້າໄປສູ່ເພື່ອນມິດຢູ່ 5 ທະວີບ. ທ່ານ Alfredo Femat Bañuelos, ປະທານກຳມາທິການການຕ່າງປະເທດສະພາຕ່ຳ ເມັກຊີໂກ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ເມັກຊີໂກ - ຫວຽດນາມ, ໄດ້ໃຫ້ຂໍ້ສັງເກດຄືແນວນັ້ນ ກ່ຽວກັບຜົນງານດ້ານການທູດຂອງ ຫວຽດນາມ, ເນື່ອງໃນໂອກາດກອງປະຊຸມການຕ່າງປະເທດຄັ້ງທີ 32 ໄດ້ຈັດຂຶ້ນໃນວັນທີ 19 ທັນວາ, ຢູ່ ຮ່າໂນ້ຍ.

ໃນຂະນະນັ້ນ, ສຳລັບທ່ານ Pedro Gellert, ນັກຂ່າວໜັງສືພິມ Regeneracion, ອົງການກະບອກສຽງທາງການຂອງພັກຂະບວນການສ້າງສາປະເທດຊາດຄືນໃໝ່ (MORENA) ກຳອຳນາດຢູ່ ເມັກຊີໂກ ແລ້ວ, ໜຶ່ງໃນບັນດາການປະກອບສ່ວນສຳຄັນເຊິ່ງຂະແໜງການທູດ ຫວຽດນາມ ນຳມາໃນຫຼາຍປີຜ່ານມານັ້ນແມ່ນການສະແດງໃຫ້ໂລກເຫັນ ຫວຽດນາມ ຢຶດໝັ້ນເດີນຕາມເສັ້ນທາງລັດທິສັງຄົມນິຍົມ ພ້ອມກັບບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມທີ່ໜ້າສົ່ງເສີມ.

ຈາກ ເວເນຊູເອລາ, ນັກຂ່າວ Ángel Miguel Bastidas González ຂອງໜັງສືພິມ Correo del Orinoco ໄດ້ຍົກສູງຄວາມໝາຍນະໂຍບາຍ “ການທູດໄມ້ໄຜ່” ຂອງ ຫວຽດນາມ, ທ່ານເນັ້ນໜັກວ່າ, ດ້ວຍນະໂຍບາຍດັ່ງກ່າວ, ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຮັກສາການພົວພັນກັບບັນດາປະເທດມະຫາອຳນາດຢ່າງມີປະສິດທິຜົນ, ພ້ອມທັງຍັງຮັກສາໄດ້ຜົນປະໂຫຍດແຫ່ງຊາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ