ນັກການເມືອງພາຍໃນປະເທດ ແລະ ສາກົນຊົມເຊີຍທ່ານນາງ Liz Truss ທີ່ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ອັງກິດ

(VOVWORLD) - ທ່ານນາງປະທານຄະນະກຳມະການເອີລົບ (EC) Ursula von der Leyen ໄດ້ຝາກຄຳອວຍພອນເຖິງທ່ານນາງ Truss ພ້ອມທັງຮຽກຮ້ອງໃຫ້ ລອນດອນ ແລະ ບຣຸກແຊນ ຮ່ວມມືເພື່ອພ້ອມກັນເຄົາລົບບັນດາຂໍ້ຕົກລົງສອງຝ່າຍຢ່າງຄົບຖ້ວນ.
ນັກການເມືອງພາຍໃນປະເທດ ແລະ ສາກົນຊົມເຊີຍທ່ານນາງ Liz Truss ທີ່ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ອັງກິດ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ Liz Truss (ພາບ: AFP/TTXVN)

ວັນທີ 5 ກັນຍາ, ພາຍຫຼັງທີ່ພັກນິຍົມຮັກສາເດີມກຳອຳນາດຢູ່ ອັງກິດ ໄດ້ປະກາດໝາກຜົນການເລືອກຕັ້ງຮອບສຸດທ້າຍທີ່ສະແດງໃຫ້ເຫັນວ່າ ທ່ານນາງລັດຖະມົນຕີການຕ່າງປະເທດ Liz Truss ໄດ້ມີຄະແນນລື່ນກາຍທ່ານອະດີດລັດຖະມົນຕີກະຊວງການເງິນ Rishi Sunak ເພື່ອກາຍເປັນນາຍົກລັດຖະມົນຕີ ອັງກິດ ແທນໃຫ້ທ່ານນາຍົກລັດຖະມົນຕີ ຄົນປະຈຸບັນ Boris Johnson, ບັນດານັກການເມືອງ ອັງກິດ ແລະ ຫຼາຍປະເທດ ໄດ້ຝາກຄຳຊົມເຊີຍເຖິງທ່ານນາງ Liz Truss. ໃນການແບ່ງປັນຫຼ້າສຸດເອົາລົງສື່ສັງຄົມ Twitter, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ແລະ ອະດີດລັດຖະມົນຕີກະຊວງການເງິນ Rishi Sunak ລ້ວນແຕ່ຮຽກຮ້ອງໃຫ້ພັກນິຍົມຮັກສາເດີມສາມັກຄີຮ່ວມແຮງຮ່ວມໃຈສະໜັບສະໜູນການນຳພາຂອງທ່ານນາງ Liz Truss ເພື່ອນຳປະເທດ ອັງກິດ ຫລຸດພົ້ນອອກຈາກວິກິດການໃນປະຈຸບັນ.

        ທ່ານນາງປະທານຄະນະກຳມະການເອີລົບ (EC) Ursula von der Leyen ໄດ້ຝາກຄຳອວຍພອນເຖິງທ່ານນາງ Truss ພ້ອມທັງຮຽກຮ້ອງໃຫ້ ລອນດອນ ແລະ ບຣຸກແຊນ ຮ່ວມມືເພື່ອພ້ອມກັນເຄົາລົບບັນດາຂໍ້ຕົກລົງສອງຝ່າຍຢ່າງຄົບຖ້ວນ. ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz, ທ່ານນາຍົກລັດຖະມົນຕີ ອຽກລັງ Michael Martin, ທ່ານນາຍົກລັດຖະມົນຕີ ໂປໂລຍ Mateusz Morawiecki, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ກໍ່ໄດ້ອວຍພອນທ່ານນາງລັດຖະມົນຕີການຕ່າງປະເທດ ອັງກິດ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ