ນັກ​ຊ່ຽວ​ຊານ ກາ​ນາ​ດາ ຕີ​ລາ​ຄາ​ສູງ​ ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ

(VOVWORLD) -ຫວຽດນາມ ໄດ້ຍາດແຍ່ງເອົາກາລະໂອກາດໃນການເປັນປະທານ ອາຊຽນ ເພື່ອກາຍເປັນຂົວເຊື່ອມຕໍ່ສະໜິດຕິດພັນກັບ ອາຊຽນ, ກໍຄືບັນດາຄູ່ຮ່ວມເຈລະຈາຂອງກຸ່ມນີ້. 
ນັກ​ຊ່ຽວ​ຊານ ກາ​ນາ​ດາ ຕີ​ລາ​ຄາ​ສູງ​ ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ - ảnh 1 ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ການາດາ ຖືກດຳເນີນໃນວັນທີ 10 ກັນຍາ, ໃນຂອບເຂດກອງປະຊຸມ AMM 53 (ພາບ: baoquocte.vn)

        ເມື່ອຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳ ການາດາ, ທ່ານ Jonathan Berkshire Miller, ປະທານ ສະພານະໂຍບາຍສາກົນ, ນັກຊ່ຽວຊານຂັ້ນສູງຂອງ ກອງທຶນ ອາຊີ - ປາຊີຟິກ ຂອງ ການາດາ ຖືວ່າ ຫວຽດນາມ ໄດ້ຍາດແຍ່ງເອົາກາລະໂອກາດໃນການເປັນປະທານ ອາຊຽນ ເພື່ອກາຍເປັນຂົວເຊື່ອມຕໍ່ສະໜິດຕິດພັນກັບ ອາຊຽນ, ກໍຄືບັນດາຄູ່ຮ່ວມເຈລະຈາຂອງກຸ່ມນີ້. ທ່ານຕີລາຄາສູງຕໍ່ບົດບາດຂອງ ຫວຽດນາມ ຂະນະທີ່ຕ້ອງສືບຕໍ່ດັດສົມການພົວພັນກັບ ຈີນ, ພ້ອມທັງມານະພະຍາຍາມປັບປຸງການພົວພັນຄູ່ຮ່ວມມືໃນ ອາຊຽນ ແລະ ກວ້າງກວ່ານັ້ນ ແມ່ນຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

        ທ່ານ Luis Silva, ນັກຊ່ຽວຊານດ້ານການພົວພັນຂອງລັດຖະບານ ການາດາ ໄດ້ສະແດງຄວາມປະເອີບໃຈຕໍ່ແງ່ຫວັງໃນການຮ່ວມມືລະຫວ່າງ ອາຊຽນ ແລະ ການາດາ ໃນໄລຍະຈະມາເຖິງ. ຕາມທ່ານແລ້ວ, ການາດາ ແລະ ອາຊຽນ ພວມຜັນຂະຫຍາຍແຜນການປະຕິບັດງານໃນຂອບເຂດ ຖະແຫຼງການຮ່ວມລະຫວ່າງ ອາຊຽນ ແລະ ການາດາ ກ່ຽວກັບດ້ານການຄ້າ ແລະ ການລົງທຶນ, ແລະໄດ້ເລີ່ມຊອກຮູ້ຄວາມອາດສາມາດມຸ່ງໄປເຖິງຂໍ້ຕົກລົງການຄ້າເສລີສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ