ນັກຊ່ຽວຊານອິນເດຍ: ຮ່ວມມືດ້ານເສດຖະກິດກັບຫວຽດນາມ ແມ່ມຈຸດໝາຍຍຸດທະສາດ

ນັກຊ່ຽວຊານອິນເດຍ: ຮ່ວມມືດ້ານເສດຖະກິດກັບຫວຽດນາມ ແມ່ມຈຸດໝາຍຍຸດທະສາດ - ảnh 1
ທ່ານ Jadeva Ranade, ປະທານ​ສູນ​ໄຈ້​ແຍກ ​
ແລະ ຍຸດ​ທະ​ສາດ​ຈີນ (CCAS) ຂອງ​ອິນ​ເດຍ
(ພາບ: vietnamplus.vn)


(vovworld) – ​ເມື່ອ​ຕອບ​ສຳພາດ​ຕໍ່​ໜັກ​ຂ່າວ ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ New Delhi ກ່ຽວ​ກັບ​ຄວາມ​ສາມາດ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ອິນ​ເດຍ ​ແລະ ຫວຽດນາມ, ທ່ານ Jadeva Ranade, ປະທານ​ສູນ​ໄຈ້​ແຍກ ​ແລະ ຍຸດ​ທະ​ສາດ​ຈີນ (CCAS) ຂອງ​ອິນ​ເດຍ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ເມື່ອ​ດຳ​ເນີນ​ການ​ຫັນ​​ເສດຖະກິດ​ເປ​ັນ​ເສລີ ປີ 1986, ຫວຽດນາມ ບັນລຸ​ໄດ້​ລະດັບ​ເຕີບ​ໂຕ GDP ຄິດ​ສະ​ເລ່ຍ 6,3% ​ໃນ​ໄລຍະ 2 ທົດ​ສະ​ວັດ​ຜ່ານ​ມາ. ນະ​ໂຍບາຍ​​ເສດຖະກິດ​ໃໝ່, ດ້ວຍ​ຊື່ວ່າ “ປ່ຽນ​ໃໝ່” ຄື​ການ​ສົ່ງ​ເສີມ​ການ​ເຊື່ອມ​ຕໍ່​ສຳລັບ​ພື້ນຖານ​ເສດຖະກິດ​ຫວຽດນາມ, ຊ່ວຍ​​ໃຫ້​ຫວຽດນາມ ບັນລຸ​ອັດຕາ​ການເຕີບ​ໂຕ​ສູງ​ອັນ​ດັບ 2 ຢູ່​ອາຊີ, ຖັດຈາກ​ຈີນ.

        ຕາມ​ທ່ານ Ranade ​ແລ້ວ, ການ​ຫັນປ່ຽນ​ຈາກ​ເສດຖະກິດ​ລວມສູນ ​ໄປ​ສູ່ເສດຖະກິດ​ຕາ​ມທິດ​ຕະຫຼາດ ​ໄດ້​ສ້າງ​ບັນດາ​ກາລະ​ໂອກາດດີ​ກວ່າ​ໃຫ້​ແກ່​ນັກ​ລົງທຶນ​ຕ່າງປະ​ເທດ ​​ເມື່ອ​ລົ​ງທຶນ​ເຂົ້າ​ຫວຽດນາມ. ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ຂອງພື້ນຖານ​​ເສດຖະກິດຫວຽດນາມ ພ້ອມກັບ​ບັນດາ​ປັດ​ໃຈ​ໜູນ​ຊ່ວຍ​ອື່ນ ​ໄດ້​ຊ່ວຍ​ໃຫ້​ຫວຽ​ດນາມ ກາຍ​ເປັນ​ຈຸດ​ດຶງ​ດູດ​ການ​ລົງທຶນ. ທ່ານ Ranade ຖື​ວ່າ, ​ເພື່ອ​ສື​ບຕໍ່​ຮັກສາ​ທ່າ​ເຕີບ​ໂຕ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການດຶງ​ດູດ​ເງິນ​ລົງທຶນ​ຕ່າງປະ​ເທດ, ຫວຽດນາມ ຕ້ອງ​ປັບປຸງ​ພື້ນຖານ​ໂຄງ​ລ່າງ, ລົບ​ລ້າ​ງຮົ້ວ​ກີດ​ຂວາງ​ດ້ານ​ພາສີ ​ແລະ ປອດ​ໄພ​ສີບາງ​ຢ່າງ, ປັບປຸງ​ດ້​ານທັກ​ສະ​ໃຫ້​ກຳລັງ​ຄົນ​ງານ​ຜ່ານ​ການ​ບຳລຸ​ງສ້າງຄວາມ​ສາມາດ​ວິຊາ​ຊີບ. ມາ​ຮອດ​ປະຈຸ​ບັນ, ຄວາມ​ສາມາດ​ບົມຊ້ອນ​​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຫວຽດນາມ - ອິນ​ເດຍ ຍັງ​ໃຫຍ່​ຫຼວງ​ຢູ່ ​ແລະ ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຂົ້ນ​ໃຫ້ໝົດ​ເທື່ອ. ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ແລະ ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​ໃຫຍ່​ຂອງ​ຫວຽດນາມ ຢ້ຽມຢາມ​ອິນ​ເດຍ ​ເມື່ອ​ເດືອນ 10 ຜ່ານ​ມາ ​ໄດ້​ສຸມ​ໃສ່​​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ພ້ອມ​ກັບ​ການ​ຊຸກຍູ້​ການ​ພົວພັນ​ຍຸດ​ທະ​ສາດ.

        ຫວ່າງ​ແລ້ວ​ນີ້, ອິນ​ເດຍ ​ແລະ ອາ​ຊຽນ ​ໄດ​້ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ກ່ຽວ​ກັບ​ການ​ບໍລິການ ​ແລະ ​ເມື່ອ​ສັນຍາ​ດັ່ງກ່າວ​​ເລີ່​ມປະຕິບັດ ຈະ​ສ້າງ​ທ່າ​​ແຮງ​ໃນ​ການ​ພົວພັນ​ຮ່ວມ​ມື​​ດ້ານ​ເສດຖະກິດ​ລະຫວ່າງ​ອິນ​ເດຍ ​ແລະ ຫວຽດນາມ ຍິ່ງກວ່າອີກ.

ຂ່າວ/ບົດ​ອື່ນ