ນັກຍິງປືນຮ່ວາງຊວນວີງຄ້ວາຫຼຽນເງິນໃນງານແຂ່ງຂັນຍິງປືນໂລກ

ນັກຍິງປືນຮ່ວາງຊວນວີງຄ້ວາຫຼຽນເງິນໃນງານແຂ່ງຂັນຍິງປືນໂລກ - ảnh 1
ນັກ​ຍິງ​ປືນ ດ່​ວານ​ຊວນວ​ີງ

(vovworld) – ​​​ທີ່​ການ​ຍິງ​ປືນ​ຮອບ​ຊິງ​ສະ​ນະ​ເລີດ​ເນື້ອ​ໃນ 10ມ ປືນລົມ​​ສັ້ນ​ປະ​ເພດ​ຊາຍດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 28/2, ນັກ​ຍິງ​ປືນ ດ່​ວານ​ຊວນວ​ີງ ຄ້​ວາ​ໄດ້​ຫຼຽນ​ເງິນ ໃນ​​ງານ​ແຂ່ງ​ຂັນ​ຍິງ​ປືນ​ໂລກ, ຈັດ​ຕັ້ງ​ຢູ່​ນະ​ຄອນຫຼວງ ນີວ​ເດລ​ີ (ປະ​ເທດ ອິນ​ເດຍ). ລາງວັນ​ປີນີ້​ໄດ້​ດຳ​ເນີນ​ດ້ວຍ​ກົດ​ລະ​ບຽບ​ໃໝ່, ໃນ​ຮອບ​ຊິງ​ຊະ​​ນະ​ເລີ​ດ, ຮອບ​ທຳ​ອິດ​ຜູ​້​ລະ​ໄດ້​ຍິງ​ 2 ນັດ, ​ນັກ​ລະ​ມີ​ລູກ​ປືນ 5 ລູກ​ແທນ​ທີ 3 ລູກ​ຄື​ກ່​່ອນນີ້. ໃນ​ຮອ​ບ​ສຸດ​ທ້າຍ, ຮ່​ວາງ​ຊວນ​ວີງ ຍິງ​ໄດ້ 9,5 ຄະ​ແນນ ແລະ 9,8 ຄະ​ແນນ. ສຸດ​ທ້າຍ​ລາວ​ຍາດ​ໄດ້​ທັງ​ໝົດ​ 236,6 ຄະ​ແນນ ຄ້​ວາ​ໄດ້ຫຼຽນ​ເງິນ ສ່ວນ ນັກ​ກິ​ລາ​ຊາວ ຍີ່​ປຸ່ນ  Tomoyuki Matsuda ຄ້​ວາ​ໄດ້ຫຼຽນ​ຄຳ ແລະ ທຳ​ລາຍ​ສະ​ຖິ​ຕິ​ໂລກ​ເມື່ອ​ຍາດ​ໄດ້ 240,1 ຄະ​ແນນ.


ຂ່າວ/ບົດ​ອື່ນ