ນັກທຸລະກິດຍິງອາຊຽນ 2015:ຫັນກາລະໂອກາດ ເປັນຕົວຈິງ

ນັກທຸລະກິດຍິງອາຊຽນ 2015:ຫັນກາລະໂອກາດ ເປັນຕົວຈິງ - ảnh 1
(ນັກທຸລະກິດຍິງອາຊຽນ 2015: ຫັນກາລະໂອກາດເປັນຕົວຈິງ)

(vovworld) – ນັກທຸລະກິດ​ຍິງ​ອາ​ຊຽນ 2015: ຫັນ​ກາລະ​ໂອກາດ​ເປັນ​ຕົວ​ຈິງ. ນີ້​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ນັກທຸລະກິດ​ຍິງ​ອາ​ຊຽນ, ຖືກດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 06/03, ຢູ່​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​​ເວທີ​ປາ​ໄສ​ມີ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ພ້ອມ​ກັບ​ຜູ້​ແທນ​ເຊິ່ງ​ແມ່ນ​ນັກທຸລະກິດ​ຍິງ 300 ຄົນ ທີ່​ມາ​ຈາກ​ບັນດາ​ປະ​ເທດ​​ໃນ​ພາກ​ພື້ນ.

        ​ເວທີ​ປາ​ໄສ​ໄດ້​ຈັດ​ຂຶ້ນ​ແມ່ນ​ໂອກາດ​ເພື່ອ​ສະໜອງ​ຂໍ້​ມູນ​ຂ່າວສານກ່ຽວ​ກັບ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ເຖິງ​ນັກທຸລະກິດ​ຍິງ​ໃນ​ພາກ​ພື້ນ, ບັນດາກາລະ​ໂອກາດກໍ່​ຄື​ສິ່ງ​ທ້າຍ​ທາຍ​ເພື່ອ​ໃຫ້ນັກທຸລະກິດ​ຫັນ​ກາລະ​ໂອກາດ​ເປັນ​ຕົວ​ຈິງ.

        ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​​ເນັ້ນ​ໜັກ​ວ່າ.

        “​ເວທີ​ປາ​ໄສ​ຈະ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ ​​ເຂົ້າໃນ​ການ​ຮັດ​ແໜ້ນ​ບັນດາສາຍສຳພັນ, ຮ່ວ​ມມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ພາກ​ພື້ນ​ກວ່າ; ມຸ່ງ​ໄປ​ເຖິງ​ປະຊາ​ຄົນ​ອາ​ຊຽນສາມັກຄີ, ​ເປັນ​ເອກະ​ພາບ,​ກາຍ​ເປັນເຂດ​ເສດ​ຖະກິດ​ມີ​ລັກສະນະ​ແກ່ງ​ແຍ້​ງສູງ, ພັດທະນາ​ເສດຖະກິດ​ທຽບ​ເທົ່າ​ກັນ ​ແລະ ​ເຊື່ອມ​​ໂຍງ​ເຂົ້າ​ພື້ນຖານ​ເສດຖະກິດ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ. ບົດບາດ​ຂອງນັກທຸລະກິດ​ຍິງ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ. ​ແນ່ນອນ​ວ່າ, ສາຍສຳພັນ, ຄວາມ​ສາມັກຄີ​ໃນ​ອາ​ຊຽນ ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ສະຫະ​ສະມາຄົມ​ນັກທຸລະກິດ​ຍິງ​ອາ​ຊຽນ ພັດທະນາ”.

        ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ກໍ່​ຢືນຢັນ​ວ່າ, ຍາ​ມ​ໃດ ຫວຽດນາມ ກໍ່ສ້າງ​ເງື່ອນ​ໄຂ​ສະດວກ​​ເພື່ອໃຫ້​ບັນດາ​ວິ​ສາ​ຫະກິດ​ທັງຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ ພັດທະນາ​ໃນ​ເງື່ອນ​ໄຂ​ໃໝ່.

ຂ່າວ/ບົດ​ອື່ນ