ນັກ​ວິ​ທະ​ຍາ​ສາດ ຫວຽດ​ນາມ ປະ​ດິດ​ “SmartEyes” ປ້ອງ​ກັນ, ຕ້ານ​ໂຄວິດ - 19

(VOVWORLD) -ເພື່ອແນໃສ່ພັດທະນາບັນດາມາດຕະການ, ອຸປະກອນເຕັກໂນໂລຢີ ຊ່ວຍປ້ອງກັນ,ຕ້ານໂລກລະບາດໂຄວິດ - 19, ຫວ່າງມໍ່ໆມານີ້, ບັນດານັກວິທະຍາສາດ ຢູ່ສູນຄອມພິວເຕີ ແລະ ຄິດໄລ່ (ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ) ໄດ້ພັດທະນາສຳເລັດອຸປະກອນກວດກາການແຈ້ງອາການສຸຂະພາບອັດສະລິຍະ - ທີ່ມີຊື່ວ່າ Cli- SmartEyes. 
ນັກ​ວິ​ທະ​ຍາ​ສາດ ຫວຽດ​ນາມ ປະ​ດິດ​ “SmartEyes” ປ້ອງ​ກັນ, ຕ້ານ​ໂຄວິດ - 19 - ảnh 1ລະບົບ Cli- SmartEyes ໄດ້ຕິດຕັ້ງຢູ່ ຕະຫຼາດຮ່າງຢາ, ຮ່າໂນ້ຍ (ພາບ: NVCC )

ຕາມນັ້ນແລ້ວ, ອຸປະກອນນີ້ອາດຈະຕິດຕາມຜູ້ເຂົ້າອອກ ດ້ວຍຈຳນວນຫຼາຍ ແລະ ກວດພົບບັນດາກໍລະນີທີ່ມີຄວາມສ່ຽງແຜ່ລະບາດພະຍາດແບບອັດຕະໂນມັດ, ແທນທີ່ການວັດແທກອຸນຫະພູມຮ່າງກາຍດ້ວຍມື ເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງໃຫ້ແກ່ຜູ້ນຳໃຊ້ ແລະ ຈຳກັດສະພາບຕິດເຊື້ອໃສ່ຄົນອື່ນ. ຜູ້ບໍ່ມີເງື່ອນໄຂຄົບຖ້ວຍໄປຜ່ານປະຕູ, ຈະມີການແຈ້ງເຕືອນ, ໜ້າຈໍຈະແຈ້ງເຫດຜົນ (ເປັນໄຂ້, ມີຄວາມສ່ຽງຕິດເຊື້ອຢູ່ລະດັບສູງ…). ທ່ານຮອງສາດສະດາຈານ, ປ.ອ ຟ້າມຮົ່ງກວາງ ຢູ່ສູນຄອວພິວເຕີ ແລະ ຄິດໄລ່ໃຫ້ຮູ້ວ່າ:

ຢູ່ຕາມປ້ອມປ້ອງກັນໂຄວິດ  - 19 ເຂົາເຈົ້າມີຄວາມສ່ຽງຕິດເຊື້ອສູງທີ່ສຸດ ເມື່ອ ໄດ້ສຳຜັດກັບຫຼາຍພັນຄົນ ແລະ ທີ 2 ແມ່ນມີຄວາມສ່ຽງແຜ່ເຊື້ອໃຫ້ແກ່ຜູ້ອື່ນ. ຕາມການຄາດຄະເນຂອງ ກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ຖ້າຫາກວ່າ ພື້ນຖານເສດຖະກິດ ເປີດປະຕູ ຕ້ອງມີປະມານ 6 ລ້ານຮາກຖານຕ້ອງ Scan ລະຫັດ QR… ຖ້າຫາກວ່າເອົາຄົນໄປຢືນກວດຢູ່ຕາມປ້ອມນັ້ນ ແມ່ນຕ້ອງໃຊ້ຫຼາຍຄົນທີ່ສຸດ, ແຕ່ອຸປະກອນນີ້ ສາມາດປ່ຽນແທນ ແລະ ຫຼຸດຜ່ອນທຸກໆຄວາມສ່ຽງຕິດເຊື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ