ນັກສຶກສາ ຫວຽດນາມ ຍາດໄດ້ລາງວັນທີ 2 ໃນການເສັງຊອກຫາເຕັກໂນໂລຊີ ການຕິດຕາມແມ່ນ້ຳຂອງ

(VOVWORLD) - ທີ່ພິທີມອບລາງວັນ, ຄະນະໄດ້ຈັດຕັ້ງໄດ້ມອບລາງວັນທີ 1 ສີ່ລາງວັນ, ລາງວັນທີ 2 ສີ່ລາງວັນ, ໃນນັ້ນ ທິມຈາກມະຫາວິທະຍາໄລຊົນລະປະທານ ແລະ ມະຫາວິທະຍາໄລ ເກີນເທີ ຂອງ ຫວຽດນາມ
ນັກສຶກສາ ຫວຽດນາມ ຍາດໄດ້ລາງວັນທີ 2 ໃນການເສັງຊອກຫາເຕັກໂນໂລຊີ ການຕິດຕາມແມ່ນ້ຳຂອງ - ảnh 1ການມອບລາງວັນໃຫ້ບັນດາທິມໄດ້ຮັບລາງວັນ
(ພາບ:Phạm Kiên/ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ)

ຕອນບ່າຍວັນທີ 3 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ໄດ້ຈັດພິທີມອບລາງວັນການເສັງເຕັກໂນໂລຊີການຕິດຕາມແມ່ນ້ຳຂອງ. ເຂົ້າຮ່ວມການເສັງມີ 14 ທິມມາຈາກບັນດາມະຫາວິທະຍາໄລຂອງ 4 ປະເທດ MRC ເຊິ່ງລວມມີ: ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ. ທີ່ພິທີມອບລາງວັນ, ຄະນະໄດ້ຈັດຕັ້ງໄດ້ມອບລາງວັນທີ 1 ສີ່ລາງວັນ, ລາງວັນທີ 2 ສີ່ລາງວັນ, ໃນນັ້ນ ທິມຈາກມະຫາວິທະຍາໄລຊົນລະປະທານ ແລະ ມະຫາວິທະຍາໄລ ເກີນເທີ ຂອງ ຫວຽດນາມ ຍາດໄດ້ສອງລາງວັນທີ 2 ກ່ຽວກັບໝວດວັດແທກລະດັບນ້ຳ ແລະ ໝວດວັດແທກຄວາມຊຸ່ມຂອງດິນ.

        ຜະລິດຕະພັນຂອງ 14 ທິມ ຈະໄດ້ວາງສະແດງຢູ່ຫໍປະຊຸມແຫ່ງຊາດ ລາວ ຢູ່ນະຄອນຫຼວງ ວຽງຈັນ, ເພື່ອໃຫ້ການນຳບັນດາປະເທດ MRC ແລະ ແຂກເຂົ້າຮ່ວມກອງປະຊຸມຂັ້ນສູງ MRC ຢ້ຽມຊົມ. MRC ກໍ່ມີແຜນການຈະສົມທົບກັບບັນດາທິມທີ່ໄດ້ຮັບໄຊຊະນະໃນການເສັງເພື່ອຜັນຂະຫຍາຍບັນດາເຕັກໂນໂລຊີຂອງເຂົາໃນແມ່ນ້ຳຂອງ.

ຕອບກັບ

ຂ່າວ/ບົດ​ອື່ນ