ນັກສຶກສາ4.000ຄົນເຂົ້າຮ່ວມການເດີນທາງດ້ວຍລົດຖີບ“ມຸ່ງໄປສູ່ໄຊງ່ອນ”

ນັກສຶກສາ4.000ຄົນເຂົ້າຮ່ວມການເດີນທາງດ້ວຍລົດຖີບ“ມຸ່ງໄປສູ່ໄຊງ່ອນ” - ảnh 1
ພາບ​ປະ​ກອບ

(​vovworld) – ຄາດ​ວ່າ, ລາຍ​ການກາ​ນ​ເດີນ​ທາງ​ດ້ວຍ​ລົດ​ຖີບ​ ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ວັນ​ທີ 18 – 19/4, ເພື່ອ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ​່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ມີ​ນັກ​ຮຽນ, ນັກ​ສຶກ​ສາ 4.000 ຄົນ​ເຂົ້າ​ຮ່ວມ ແລະ ວາດ​ພາບ​ເສັ້ນ​ທາງ​ບຸ​ກ​ເຂົ້າ​ໄຊ​ງ່ອນ 5 ​ສາຍ​ຂອງ​ທະ​ຫານຫຼັກ​ແຫຼ່ງ​ ຈາກ​ທິດ​ເໜືອ, ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ຕາ​ເວັນ​ອອກສ່ຽງ​ເໜືອ, ຕາ​ເວັນ​ຕົກ​ສ່ຽງ​ໃຕ້, ຕາ​ເວັນ​ອອກ​ສ່ຽງໃຕ້. ພາຍຫຼັງ​ເດີນ​ທາງ​​ເຂົ້າຮອດ​ໃຈ​ກາງ​ນະ​ຄອນ, ບັນ​ດາ​ສະ​ມາ​ຊິກ​ຈະ​ສືບ​ຕໍ່​ໄປ​ລຽບ​ຕາມ​ຄອງ​ເໝືອງ ຍຽວ​ໂລກ  - ທິ​ແງ່ ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ໃນ​ຕະຫຼອດ​ລາຍ​ການນີ້, ​ນັກ​ສຶກ​ສາ​​ເຂົ້າ​ຮ່ວມ​ລາຍ​ການຈະ​ພົວ​ພັນ​ແລກ​ປ່ຽນ​ກັບ​ບັນ​ດາ​ຕົວ​ພະ​ຍານຫຼັກ​ຖານ​ປະ​ຫ​ວັດ​ສາດ​ເພື່ອ​ເຂົ້າ​ໃຈ​​ກ່ຽວ​ກັບ​ມູນ​ເຊື້ອ​ແຫ່ງ​ການ​ປະ​ຕິ​ວັດ, ມູ​ນ​ເຊື້ອ​ຮັກ​ຊາດກ່​ວາ​ອີກ.

        ກໍ່​ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ ໂຮ່​ຈີ​ມິນ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ງານ​ວາງ​ສະ​ແດງ​ຮູບ​ຖ່າຍ ແລະ ຮູບ​ຈຳ​ລອງກ່ຽວ​ກັບ​ໄຊ​ຊະ​ນະ​ໃນ​ລະ​ດູ​ບານ​ໃໝ່​ປີ 1975 - ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ສະ​ໄໝ ໂຮ່​ຈີ​ມິນ, ການ​ໂອ້​ລົມ​ສົນ​ທະ​ນາ “ບົດ​ບາດ​ຂອງ​ຊາ​ວ​ໜຸ່ມນ​ະ​ຄອນ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ນະ​ຄອນ”, ງານພົບ​ປ​ະ​ແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ນັກ​ຮົບ​ເກົ່າ ​ທີ່ເຄ​ີຍ​ເຂົ້າ​ຮ່ວມບັ້​ນ​ຮົບ ໂຮ່​ຈີ​ມິນ ໂດຍ​ກົງ, ງານ​ວາງ​ສະ​ແດງ​ຮູບ​ຖ່າຍ “ລຸງ​ໂຮ່ - ​ຜູ້​ສ້າງ​​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ໄຊ​ຊະ​ນະ”.


ຂ່າວ/ບົດ​ອື່ນ