ນັກ​ຮຽນ ຫວຽດ​ນາມ ຍາດ​ໄດ້ຫຼຽນ​ເງິນ ໃນ​ການ​ແຂ່ງ​ຂັນ Olympic ຄອມພິວເຕີ ອາ​ຊ​ີ

(VOVWORLD) -         ຕາມຂ່າວຈາກກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມໃຫ້ຮູ້ວ່າ ຄະນະນັກຮຽນ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນ Olympic ຄອມພິວເຕີອາຊີ 2019 ຄວ້າ  ໄດ້  7 ຫຼຽນເງິນ.
ນັກ​ຮຽນ ຫວຽດ​ນາມ ຍາດ​ໄດ້ຫຼຽນ​ເງິນ ໃນ​ການ​ແຂ່ງ​ຂັນ Olympic ຄອມພິວເຕີ ອາ​ຊ​ີ - ảnh 1ນັກຮຽນ ເຂົ້າຮ່ວມການແຂ່ງຂັນ Olympic ຄອມພິວເຕີອາຊີ 2019 ຕາມຮູບແບບການແຂ່ງຂັນຜ່ານທາງເຄືອຂ່າຍອິນເຕີແນັດ (ພາບ: nhandan.com.vn)

        ການແຂ່ງຂັນ Olympic ຄອມພິວເຕີ ອາຊີ ປີ 2019 ໂດຍປະເທດສາທາລະນະລັດສະຫະພັນ ລັດເຊຍ ເປັນເຈົ້າພາບ, ໄດ້ຈັດຕັ້ງຕາມຮູບແບບການແຂ່ງຂັນຜ່ານທາງເຄືອຂ່າຍອິນເຕີແນັດໂດຍມີການເຂົ້າຮ່ວມຂອງ ນັກຮຽນ 660 ຄົນທີ່ມາຈາກ 31 ປະເທດ ແລະ ເຂດແຄ້ວນ. ທີມຊາດ ຫວຽດນາມ ລວມມີນັກຮຽນ  15 ຄົນເຂົ້າຮ່ວມການແຂ່ງຂັນຢູ່ມະຫາວິທະຍາໄລເຕັກໂນໂລຢີ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃນວັນທີ 19 ພຶດສະພາ 2019. ຕາມການກຳນົດຂອງຄະນະຈັດຕັ້ງການແຂ່ງຂັນ Olympic, ຫວຽດນາມມີ ນັກຮຽນ 7 ຄົນຍາດໄດ້ຄະແນນສູງທີ່ສຸດເຊິ່ງໄດ້ຄັດເລືອກເຂົ້າໃນຮອບພິຈາລະນາລາງວັນ. ສຸດທ້າຍນ້ອງທັງ 7 ຄົນນັ້ນລ້ວນແຕ່ຍາດໄດ້ ຫຼຽນເງິນ.


ຕອບກັບ

ຂ່າວ/ບົດ​ອື່ນ