ນັກຮຽນຫວຽດນາມຍາດໄດ້ລາງວັນທີໜຶ່ງໃນການເສັງຂຽນຈົດໝາຍສາກົນUPUຄັ້ງທີ45

ນັກຮຽນຫວຽດນາມຍາດໄດ້ລາງວັນທີໜຶ່ງໃນການເສັງຂຽນຈົດໝາຍສາກົນUPUຄັ້ງທີ45 - ảnh 1
ນ້ອງ ຫງວຽນ​ທິ​ທູ​ຈ​າງ
(ພາບ: tuoitre.vn/)

(vovworld) - ສະ​ຫະ​ພັນໄປ​ສະ​ນີ​ໂລກ (UPU) ຫາ​ກໍ່​ປະ​ກາດ​ຈົດ​ໝາຍ​ຂອງ​ນັກ​ຮຽນ ຫວຽດ​ນາມ ຫງວຽນ​ທິ​ທູ​ຈ​າງ ຊາວ ຫວຽດ​ນາມ ຍາດ​ໄດ້​ລາງວັນ​ທີ​ໜຶ່ງ​ສາ​ກົນ​ໃນ​ການ​ເສັງ​ຂຽນ​ຈົດ​ໝາຍ​ສາ​ກົນ UPU ຄັ້ງ​ທີ 45. ເມື່ອ​ເຂົ້າ​ຮ່ວມ​ການ​ເສັງ, ນ້ອງ ຫງວຽນ​ທິ​ທູ​ຈ​າງ ພ​ວມ​ເປັ​ນ​ນັກ​ຮຽນ​​ມໍ 4 (ສົກ​ຮຽນ 2015 – 2016) ໂຮ​ງ​ຮຽນ​ມັດ​ຕະ​ຍົມ​ຕອນ​ຕົ້ນ  ຫງວຽນ​ຈ໋າຍ, ເມືອງ ນາມ​ແຊກ, ແຂ​ວງ ຫາຍ​ເຢືອງ.

        ການ​ເສັງ​ຂຽນ​ຈົດ​ໝາຍ​ສາ​ກົນ UPU ຄັ້ງ​ທີ 45 ມີ​ຫົວ​ຂໍ້​ວ່າ “ຂຽນ​ຈົດ​ໝາຍ​ໃຫ້​ຕົນ​ເອງ​ເມື່ອ​ມີ​ອາ​ຍຸ 45 ປີ”. ໃນ​ຈົດ​ໝາຍຂອງ​ຕົນ, ຫງວຽນ​ທິ​ທູ​ຈາງ ໄດ້​ສວມ​ບົດ​ຕົວລະ​ຄອນເປັນທ​້າວ Aylan Kurdi - ເຊິ່ງ​ແມ່ນ​ເດັກ​ຊາຍ​ຖືກ​ເດີກ​ນ້ຳ ແລະ ​ຖືກ​ນ້ຳ​ມ​້ວນເຂົ້າ​ຝັ່ງ​ທະ​ເລ Bodrum, ປະ​ເທດ​ຕວກ​ກີ ໃນ​ການ​ເດີນ​ທາງ​ຂ້າມ​ທະ​ເລ​ພ້ອມ​ກັບ​ຄອບ​ຄົວ, ເພື່ອ​ຂຽນ​ຈົດ​ໝາຍ​ໃຫ້​ຕົນ​ເອງ​ເມື່ອ​ມີ​ອາ​ຍຸ 45 ປີ. ໃນ​ຈົດ​ໝາຍ, ທູ​ຈາງ ປາດ​ຖະ​ໜາ​ຢາກ​ໃຫ້​​ມີໂລກ​​ທີ່​ສວຍ​ສົດ​ງົດ​ງາມ​ກ່​ວາ, ຍຸ​ຕິ​ທຳ​ກ​ັບ​ທຸກໆ​ຄົນ ແລະ ບໍ່​ມີ​ການ​ໃຊ້​ຄວ​າມ​ຮຸ້​ນ​ແຮງ.


ຂ່າວ/ບົດ​ອື່ນ