ນັກຮຽນຮູ້ລັດເຊຍສະໜັບສະໜູນການແກ້ໄຂຂໍ້ຂັດແຍ່ງກັນຢູ່ທະເລຕາເວັນອອກຕາມສົນທິສັນຍາກົດໝາຍວ່າດ້ວຍທະເລ

ນັກຮຽນຮູ້ລັດເຊຍສະໜັບສະໜູນການແກ້ໄຂຂໍ້ຂັດແຍ່ງກັນຢູ່ທະເລຕາເວັນອອກຕາມສົນທິສັນຍາກົດໝາຍວ່າດ້ວຍທະເລ - ảnh 1
(ພາບ​ປະ​ກອບ)

(vovworld) ​ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ມົດ​ສະ​ກູ, ສະຫະພັນ​ລັດ​ເຊຍ. ບັນດາ​ນັກ​ຮຽນ​ຮູ້, ນັກ​ຊ່ຽວຊານ​ກ່ຽວ​ກັບ​ຫວຽດນາມ ​ແລະ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຖື​ວ່າ: ສະພາບ​ທະ​ເລ​ຕາ​ເວັນ​ອອກ​ໃນ​ປີ 2015 ​ໄດ້​ມີ​ການ​ຜັນ​ແປ​ຢ່າງ​ຊັກ​ຊ້າຕາມ​ທິດ​ປະ​ທະ​ກັນ. ​ເປັນ​ໜ້າ​ວິຕົກ​ກັງວົນ​ໄປ​ກວ່າ​ນັ້ນ​ແມ່ນ ​ເມື່ອ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍວິວັດການ​ທູດ​ໃຫ່ຍ​.​ ບັນດາ​ນັກ​ຮຽນ​ຮູ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ຈີນ​ບໍ່ສາມາດ​ສືບ​ຕໍ່​ບັນດາ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ເຄັ່ງ​ຕຶງ ​ແລະ ​ເກາະ​ຜິດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ ຍ້ອນ​ຜົນ​ປະ​ໂຫຍ​ດອັນ​ໃຫ່ຍຫຼວງ​ເຊິ່ງທະ​ເລ​ຕາ​ເວັນ​ອອກ​ນຳ​ມາ​ໃຫ້ ພ້ອມ​ກັບ​ຈຸດປະສົງ​ຕົ້ນຕໍ ​ເພື່ອ​ແນ​ໃສ່​ຮັກສາ​ສະຖຽນ​ລະ​ພາບ​ກ່ຽວ​ກັບ​ພະລັງງງານ ​ເຊິ່ງຈີນ​ບໍ່​ຢາກ​ແບ່ງປັນ​ໃຫ້​ບໍ່​ວ່າປະ​ເທດ​ໃດ ​ໂດ​ຍບໍ່​ຫົວຊາ​ຕໍ່​ເລື່ອງ​ຕ້ອງ​ຂັດ​ແຍ່ງ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ນອກ​ນັ້ນ ຈີນ​ຍັງ​ສະ​ແດງ​​ແນວ​ຄິດ​ຢາກ​ຍຶດຄອງ​ທະ​ເລ​ຕາ​ເວັນ​ອອກ​ພຽງ​ຜູ້​ດຽວ ຊຳ້​ບໍ່​ໜໍາ​ນັບ​ທັງ​ເຂດ​ປາຊີ​ຝິກອີກ. ກ່ຽວ​ກັບ​ທິດ​ແກ້​ໄຂ​ໃຫ້​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ນັກ​ຊ່ຽວຊານ ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ສະໜັບສະໜູນ​ບັນດາ​ຝ່າຍ​ແກ້​ໄຂ​ການ​ຂັດ​ແຍ່ງ​ກັນ​ຕາມ​ສົນທິສັນຍາ ກົດໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 ​ແລະ ​ ​ຂອບ​ເຂດ​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ