ນັບ​ແຕ່​ເວ​ລາ 6 ໂມງ​ຂ​ອງວັນ​ທີ 21 ກັນ​ຍາ, ຮ່າ​ໂນ້ຍ​ອະ​ນຸ​ຍາດໃຫ້​ເປີດຫຼາຍ​ການ​ບໍ​ລິ​ການ​ທີ່​ຈຳ​ເປັນຄືນ​ໃໝ່

(VOVWORLD) -ໃນກອງປະຊຸມ, ທ່ານເຈິ່ນງອກເຢືອງ ຮອງຫົວໜ້າອົງການຕຳຫຼວດນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ, ທາງນະຄອນສືບຕໍ່ຮັກສາ 22 ປ້ອມກວດກາການເຂົ້າອອກ ຕົວເມືອງ ໃນໄລຍະຈະມາເຖິງ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19 ຈາກພາຍນອກ.
ນັບ​ແຕ່​ເວ​ລາ 6 ໂມງ​ຂ​ອງວັນ​ທີ 21 ກັນ​ຍາ, ຮ່າ​ໂນ້ຍ​ອະ​ນຸ​ຍາດໃຫ້​ເປີດຫຼາຍ​ການ​ບໍ​ລິ​ການ​ທີ່​ຈຳ​ເປັນຄືນ​ໃໝ່ - ảnh 1ພາບປະກອບ:baochinhphu.vn

ຕອນຄ່ຳວັນທີ 20 ກັນຍາ, ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ປະກາດຄຳສັ່ງເລກທີ 22 ດັດປັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນໃນສະພາບການໃໝ່. ຕາມນັ້ນແລ້ວ, ນັບແຕ່ເວລາ 6 ໂມງຂອງວັນທີ 21 ກັນຍາ, ນະຄອນອະນຸຍາດໃຫ້ເປີດບັນດາຮາກຖານສະໜອງສິນຄ້າ, ການບໍລິການທີ່ຈຳເປັນຄືນໃໝ່, ບັນດາອົງການ, ສຳນັກງານ, ວິສາຫະກິດໃນບໍລິເວນ ສັບຊ້ອນໃຫ້ແກ່ພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານໄປເຮັດວຽກຕາມຫຼັກການ 50% ຈຳນວນຄົນງານຢູ່ສຳນັກງານ ແລະ 50% ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ເຮັດວຽກຢູ່ບ້ານ. ຮ່າໂນ້ຍສືບຕໍ່ສະເໜີໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງຊີ້ນຳ ຢຸດຕິບັນດາຖ້ຽວບິນການຄ້າພາຍໃນປະເທດ ໄປຍັງສະໜາມບິນສາກົນ ໂນ້ຍບາຍ ແລະ ການຂົນສົ່ງຜູ້ໂດຍສານດ້ວຍລົດໂອໂຕ, ເສັ້ນທາງລົດໄຟໄປຍັງ ຮ່າໂນ້ຍ. ນະຄອນກໍ່ສືບຕໍ່ຢຸດຕິບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ການລະຫຼິ້ນບັນເທິງ ຢູ່ສະຖານທີ່ສາທາລະນະ ແລະ ບັນດາຮາກຖານດຳເນີນທຸລະກິດຊົ່ວຄາວ.

ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ໃຫ້ແກ່ບັນດາອົງການສື່ມວນຊົນກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງນະຄອນຮ່າໂນ້ຍ, ທ່ານຮອງເລຂາຄະນະພັກນະຄອນ ຫງວຽນວັນຟອງ ໃຫ້ຮູ້ວ່າ: ທາງນະຄອນຈະສືບຕໍ່ຮັກສາການປິດລ້ອມໃນວົງແຄບ, ຄຸ້ມຄອງບັນດາສະຖານທີ່ທີ່ມີຜູ້ຕິດເຊື້ອພະຍາດໃນບໍລິເວນຢ່າງເຄັ່ງຄັດ. ການຜ່ອນຜັນບາງການເຄື່ອນໄຫວໃນບໍລິເວນນະຄອນ ນັບແຕ່ເວລາ 6 ໂມງຂອງວັນທີ 21 ກັນຍາ ເພື່ອແນໃສ່ທັງຮັກສາປະສິດທິຜົນໃນການປ້ອງກັນ, ຕ້ານໂລກລະບາດ ທັງສ້າງເງື່ອນໄຂຟື້ນຟູການຜະລິດດຳເນີນທຸລະກິດ, ການດຳລົງຊີວິດຂອງປະຊາຊົນ.

ກໍ່ໃນກອງປະຊຸມ, ທ່ານເຈິ່ນງອກເຢືອງ ຮອງຫົວໜ້າອົງການຕຳຫຼວດນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ, ທາງນະຄອນສືບຕໍ່ຮັກສາ 22 ປ້ອມກວດກາການເຂົ້າອອກ ຕົວເມືອງ ໃນໄລຍະຈະມາເຖິງ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19 ຈາກພາຍນອກ.

ຕອບກັບ

ຂ່າວ/ບົດ​ອື່ນ