ນະຄອນ ດານັງ ຍູ້ແຮງການຫັນເປັນດີຈີຕອນ

(VOVWORLD) -ມາຮອດປະຈຸບັນ, 100% ການບໍລິການສາທາລະນະຂອງນະຄອນ ດານັງ ແມ່ນໄດ້ຮັບການຜັນຂະຫຍາຍທາງໄກຢູ່ລະດັບ 4, ອັດຕາການບໍລິການເອກະສານສາທາລະນະທາງໄກບັນລຸ 96%
ນະຄອນ ດານັງ ຍູ້ແຮງການຫັນເປັນດີຈີຕອນ  - ảnh 1(ພາບປະກອບ)

ຕີລາຄາໝາກຜົນການປະຕິບັດມະຕິ ສະບັບເລກທີ 05 ຂອງສູນກາງພັກ ວ່າດ້ວຍການຫັນເປັນດີຈີຕອນ ໃນໄລຍະ 1 ປີຜ່ານມາ, ນະຄອນ ດານັງ ບັນລຸໄດ້ບັນດາໝາກຜົນເບື້ອງຕົ້ນທີ່ສຳຄັນ. ມາຮອດປະຈຸບັນ, 100% ການບໍລິການສາທາລະນະຂອງນະຄອນດານັງ ແມ່ນໄດ້ຮັບການຜັນຂະຫຍາຍທາງໄກຢູ່ລະດັບ 4, ອັດຕາການບໍລິການເອກະສານສາທາລະນະທາງໄກ ບັນລຸ 96% (ລື່ນກາຍເປົ້າໝາຍຂອງແຜນການ 85%, ທົບສອງເທື່ອ ເມື່ອທຽບໃສ່ ອັດຕາສະເລ່ຍທົ່ວປະເທດ...)

ໃນ ປີ 2023, ນະຄອນດານັງ ໄດ້ເລືອກເອົາຫົວຂໍ້ແມ່ນ “ປີສຸມໃສ່ຂຸດຄົ້ນແຫຼ່ງກຳລັງ, ດຶງດູດການລົງທຶນ, ຮັກສາການເຕີບໂຕເສດຖະກິດ ແລະ ຮັບປະກັນຊີວິດສັງຄົມ”. ທ່ານ ເຈີ່ນຫງອກແທັກ, ຮອງຫົວໜ້າພະແນກຖະແຫຼງຂ່າວ ແລະ ສື່ສານ ນະຄອນດານັງ, ໃຫ້ຮູ້ວ່າ:

ປີ 2022, ພະແນກຖະແຫຼງຂ່າວ ແລະ ສື່ສານ ພ້ອມດ້ວຍບັນດາຂະແໜງການ ຍູ້ແຮງການຫັນເປັນດຕອນໃນທຸກຂົງເຂດ, ທຸກເສົາຄ້ຳ, ມີາງໝາກຜົນຕັ້ງໜ້າ. ໃນປີ 2023 ຍູ້ແຮງການນໍາໃຊ້ເຕັກໂນໂລຊີຕອນ  ແລະ ຂໍ້ມູນດຕອນກວ່າອີກໃນການເຄື່ອນໄຫວຂອງ ອຳນາດການປົກຄອງຕົວເມືອງ, ໃນການຊີ້ນຳການບໍລິຫານ, ຄຸ້ມຄອງອັດສະລິຍະ. ນໍາໃຊ້ຂໍ້ມູນດີຈີຕອນ, ເຕັກໂນໂລຊີຕອນໃນການຜະລິດດຳເນີນທຸລະກິດ; ສືບຕໍ່ສະໜອງການບໍລິການທີ່ສະດວກທີ່ສຸດຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ