ນະຄອນ ໂຮ່ຈີມິນ ກະກຽມທຸກ​ຢ່າງ, ເປັນເຈົ້າການເພື່ອຜ່ານຜ່າຄວາມ​ທົດ​ສອບ

(VOVWORLD) - ໄລຍະຈະມາເຖິງ, ກອງປະຊຸມຂອງຄະນະພັກນະຄອນ ກາງສະໄໝຈະປຶກສາຫາລືລາຍລະອຽດກ່ຽວກັບບັນດາມາດຕະການ. 
ນະຄອນ ໂຮ່ຈີມິນ ກະກຽມທຸກ​ຢ່າງ, ເປັນເຈົ້າການເພື່ອຜ່ານຜ່າຄວາມ​ທົດ​ສອບ - ảnh 1ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ, ຫງວຽນວັນເນັນ ກ່າວຄຳເຫັນທີ່ກອງປະຊຸມ 

ຕອນເຊົ້າວັນທີ 25 ເມສາ, ຄະນະພັກນະຄອນ ໂຮ່ຈີມິນ ໄດ້ຈັດການພົບປະສັງສັນສະເຫຼີມສະຫຼອງ 48 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 -  30 ເມສາ 2023). ເຂົ້າຮ່ວມມີອະດີດການນຳພັກ, ລັດ ຜ່ານໄລຍະຕ່າງໆ.

        ນະທີ່ນີ້, ທ່ານ ຫງວຽນວັນເນນ, ເລຂາຄະນະພັກນະຄອນໂຮ່ຈິມິນ ຢັ້ງຢືນເຫດການປະຫວັດສາດວັນທີ 30 ເມສາ 1975 ແມ່ນໜຶ່ງໃນບັນດາຂີດໝາຍທີ່ໃສແຈ້ງໃນປະຫວັດສາດແຫ່ງການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດ; ພ້ອມທັງໄດ້ຫວນຄືນສະພາບການພັດທະນາຂອງນະຄອນໃນໄລຍະຜ່ານມາ. ທ່ານ ຫງວຽນວັນເນນ ໃຫ້ຮູ້ວ່າ: ໄລຍະຈະມາເຖິງ, ກອງປະຊຸມຂອງຄະນະພັກນະຄອນ ກາງສະໄໝຈະປຶກສາຫາລືລາຍລະອຽດກ່ຽວກັບບັນດາມາດຕະການ. ກ່ອນອື່ນໝົດ, ນະຄອນຕ້ອງເປັນເຈົ້າການ, ກະກຽມທຸກວິທີການ, ແຜນການເພື່ອຕ້ານໂລກລະບາດໂຄວິດ -19 ແລະ ໂລກລະບາດອື່ນໆ, ສຸມໃສ່ແກ້ໄຂຄວາມຕິດຂັດກ່ຽວກັບລະບອບລະບຽບການ, ສຸມກຳລັງປ່ອຍເງິນລົງທຶນສາທາລະນະ, ສົ່ງເສີມຄວາມຕ້ອງການພາຍໃນ…ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ, ຫງວຽນວັນເນັນ ເນັ້ນໜັກວ່າ:

        “ໃນການຜັນປ່ຽນຈະມີບັນດາກາລະໂອກາດ. ພວກເຮົາຕ້ອງກະກຽມຈິນຕະນາການ, ຄວາມເປັນເຈົ້າການເພື່ອຊອກຫາກາລະໂອກາດ, ທ່າຕໍ່ສູ້ຂອງນັກຮົບເພື່ອຜ່ານຜ່າຄວາມທົດສອບ. ຄວາມໄວ້ເນື້ອເຊື່ອໃຈ ແລະ ບ່ອນອີງໜັກແໜ້ນຂອງພວກເຮົາໃນປະຈຸບັນແມ່ນການນຳພາ, ຊີນຳ, ບໍລິຫານຂອງພັກ, ລັດ, ຄວາມສາມັກຄີ, ເປັນເອກະພາບທາງດ້ານເຈດຈຳນົງ ແລະ ການເຄື່ອນໄຫວຂອງລະບົບການເມືອງນະຄອນ, ກຳລັງແຮງຂອງກຸ່ມກ້ອນສາມັກຄີນະຄອນ”.

ຕອບກັບ

ຂ່າວ/ບົດ​ອື່ນ